spot_img
Homeກອງປະຊຸມສະໄໝສາມັນໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

Published on

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ 2025 ນີ້ວ່າ: ໃນໄລຍະຜ່ານມາ ເສດຖະກິດຂອງພວກເຮົາ ໄດ້ປະເຊີນກັບຄວາມບອບບາງດ້ານເສດຖະກິດມະຫາພາກ ໂດຍສະເພາະບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ລາຄາສິນຄ້າ ແລະ ຄ່າຄອງຊີບເພີ່ມສູງຂຶ້ນຫຼາຍເທົ່າ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນ ໄດ້ຮັບຜົນກະທົບ.

ຈາກສະພາບດັ່ງກ່າວ ລັດຖະບານ ໄດ້ມີຄວາມພະຍາຍາມສູງໃນການເລັ່ງແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຜ່ອນຄາຍລົງ. ພ້ອມກັນນັ້ນ, ໄດ້ຄົ້ນຄວ້າປັບໂຄງສ້າງເງິນເດືອນ, ເງິນນະໂຍບາຍ ໂດຍການເພີ່ມເງິນເດືອນສຸດທິບໍ່ຫຼຸດ 3,000,000 ກີບ/ເດືອນ (ປີ 2025 ຂັ້ນຕໍ່າໄດ້ຮັບ 2,200,000 ກີບ/ເດືອນ), ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ-ລັດຖະກອນ.

ການປັບໂຄງສ້າງເງິນເດືອນ, ເງິນນະໂຍບາຍໃນຄັ້ງນີ້, ມີຈຸດປະສົງ ແນໃສ່ການຊ່ວຍໜູນກໍາລັງຊື້ສິນຄ້າ ທີ່ໄດ້ຮັບຜົນກະທົບຕໍ່ການເພີ່ມຂຶ້ນຂອງຄ່າຄອງຊີບ ແລະ ລາຄາສິນຄ້າ ແຕ່ບໍ່ແມ່ນການກະຕຸ້ນ ເຮັດໃຫ້ເພີ່ມຄວາມຕ້ອງການຊົມໃຊ້ສິນຄ້າອຸປະໂພກ, ບໍລິໂພກ ທີ່ອາດຈະສ້າງຄວາມກົດດັນ ເຮັດໃຫ້ມີສະພາບອັດຕາເງິນເຟີ້ເພີ່ມສູງຂຶ້ນ ໃນໄລຍະຕໍ່ໜ້າ. ພ້ອມກັນນັ້ນ, ກໍເປັນການແກ້ໄຂດ້ານສະຫວັດດີການ ໃຫ້ແກ່ພະນັກງານ-ລັດຖະກອນ ໃນສະພາບທີ່ພວກເຮົາປະເຊີນກັບບັນຫາເງິນເຟີ້ ແລະ ການອ່ອນຄ່າຂອງເງິນກີບ.

ຜ່ານການຄົ້ນຄວ້າ ພວກເຮົາສາມາດຈັດສັນງົບປະມານເພີ່ມເຂົ້າໃສ່ພາກເງິນເດືອນ, ເງິນນະໂຍບາຍ 11,000 ຕື້ກີບ ຊຶ່ງການເພີ່ມຂຶ້ນດັ່ງກ່າວ ໄດ້ມາຈາກການເພີ່ມລາຍຮັບພາຍໃນ ໂດຍການຂະຫຍາຍຖານອາກອນມູນຄ່າເພີ່ມ, ການປັບອັດຕາອາກອນຊົມໃຊ້, ຂະຫຍາຍຖານອາກອນໃໝ່ ເປັນຕົ້ນອາກອນສິ່ງແວດລ້ອມ, ອາກອນທີ່ດິນ ແລະ ອື່ນໆ ຊຶ່ງເປັນລາຍຮັບທີ່ໝັ້ນຄົງ ແລະ ມີຄວາມອາດສາມາດໃນການເກັບເພີ່ມຂຶ້ນໃນແຕ່ລະປີ ໄປຄ່ຽງຄູ່ກັບການປະຕິບັດມາດຕະການປິດການຮົ່ວໄຫຼດ້ານລາຍຮັບຕິດພັນກັບການຫັນເປັນທັນສະໄໝ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...