ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ
ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ ສານແລກປ່ຽນການຊ່ວຍເຫຼືອລ້າໃນໂຄງການ “ພັດທະນາທ້ອງຖິ່ນ ຜ່ານການການແກ້ໄຂບັນຫາ ລະເບີດ ບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3) (The Project for the Regional Development through Acceleration of the Clearance of Unexploded Ordnance in the Southern Region Phase III)” ໂດຍການລົງນາມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງຍີ່ປຸ່ນ ປະຈຳລາວ ໂດຍລັດຖະບານຍີ່ປຸ່ນ ສະໜອງການຊ່ວຍເຫຼືອລ້າເປັນມູນຄ່າ ຫົກຮ້ອຍເຈັດສິບສາມລ້ານເຢນ (¥673.000.000 JPY) ຫຼື 4,5 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອສຸມໃສ່ການພັດທະນາ ຄວາມສາມາດຂອງໂຄງການ ເກັບກູ້ລະເບີດ ເເຫ່ງຊາດຢູ່ພາກໃຕ້ຂອງລາວ.
ການຊ່ວຍເຫຼືອຄັ້ງນີ້ ເປັນການຊ່ວຍເຫຼືອຂອງໄລຍະທີສາມ ວຽກງານເກັບກູ້ລະເບີດບໍ່ທັນແຕກ (ລບຕ) ໃນ 3 ແຂວງພາກໃຕ້ ຄື: ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ເປົ້າໝາຍຕົ້ນຕໍຂອງໂຄງການ ແມ່ນການສະໜັບສະໜູນໂດຍກົງໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຮັບປະກັນການສ້າງຂີດຄວາມສາມາດ ແລະ ການສະໜອງອຸປະກອນທີ່ຈໍາເປັນສໍາລັບການດໍາເນີນງານສໍາຫຼວດ ກວດກູ້ລະເບີດທີ່ຍັງຕົກຄ້າງ ໃນໄລຍະຍາວມີຄວາມຍືນຍົງ ແລະ ມີປະສິດທິພາບ ລວມທັງ ພາຫະນະຂົນສົ່ງໜັກ ແລະ ເບົາ ອຸປະກອນໄອທີ ແທັບເລັດດິຈິຕອນ ເພື່ອປັບປຸງການຄຸ້ມຄອງຂໍ້ມູນ ແລະ ການລາຍງານໃນພາກສະໜາມ ລວມທັງຄ່າໃຊ້ຈ່າຍສໍາລັບກິດຈະກໍາ ເພື່ອຮັບປະກັນການນໍາໃຊ້ທຶນທີ່ມີຄວາມຈະແຈ້ງ ແລະ ຄວາມໂປ່ງໃສໃນລະດັບສູງສຸດ.
ໂຄງການໄລຍະ 3 ມີຄວາມໝາຍຄວາມສໍາຄັນຕໍ່ກັບ ສປປ ລາວ ໂດຍສະເພາະ ແມ່ນການບັນລຸຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຫຼື SDG 18 ຊີວິດປອດໄພຈາກ ລບຕ ປັດຈຸບັນ ບັນຫາຂອງ ລບຕ ເປັນອຸປະສັກອັນຕົ້ນຕໍຕໍ່ການພັດທະນາເສດຖະກິດ-ສັງຄົມ ທັງເປັນການກີດຂວາງການຜະລິດກະສິກໍາ ໂຄງການພັດທະນາພື້ນຖານໂຄງລ່າງ ການດໍາລົງຊີວິດ ໂດຍລວມຂອງຊຸມຊົນໃນເຂດຊົນນະບົດ ລັດຖະບານ ສປປ ລາວ ໄດ້ສືບຕໍ່ໃຫ້ບຸລິມະສິດແກ່ການ ກໍາຈັດ ອຸປະສັກນີ້ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ18 ເຊິ່ງເປັນເປົ້າໝາຍສະເພາະຂອງລາວ.
ແຫຼ່ງຂ່າວ: ວຽງຈັນໃໝ່