spot_img
Homeຂ່າວພາຍ​ໃນໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

Published on

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025.

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025. ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 1 ວັນເຄິ່ງ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື:

1.ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈໍາເດືອນຕຸລາ 2025 ຂອງລັດຖະບານ; ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026; ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

2.ສະພາບການແກ້ໄຂເສັ້ນທາງ ແຕ່ຫໍຄໍາ ຫາ 4 ແຍກໄຟແດງສີຫອມ; ແຜນກະກຽມງານບຸນນະມັດສະການພະທາດຫຼວງ, ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ການກະກຽມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ.

3.ຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງຄະນະກໍາມະການສິດທິຄົນພິການ ສປຊ ທີ່ມີຕໍ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິຄົນພິການ.

4.ຮ່າງດໍາລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍ ທາງບົກ ແລະ ທາງລົດໄຟ.

5.ຮ່າງແຜນຜັງຄົ້ນຄວ້າຄື້ນຄວາມຖີ່ວິທະຍຸສື່ສານແຫ່ງຊາດ ສະບັບປີ 2025.

ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນວຸ້ນວາຍ, ບໍ່ທັນມີທ່າທີ ທີ່ຈະຊອກຫາຊ່ອງທາງແກ້ໄຂໄດ້ ໂດຍສະເພາະ ຄວາມຂັດແຍ່ງທາງດ້ານ ເສດຖະກິດ-ການຄ້າ, ການທະຫານ, ບັນຫາຊາຍແດນ ແລະ ອື່ນໆ ເຊິ່ງຈະຕ້ອງໄດ້ ສືບຕໍ່ຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການຮັບມື ຕໍ່ຜົນກະທົບ ທີ່ອາດຈະເກີດຂຶ້ນ. ບັນຫາເຫຼົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ ໂດຍສະເພາະ ເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກ້ວາງຕື່ມ, ລວມທັງ ສປປ ລາວ ກໍ່ບໍ່ສາມາດຫຼີກລ່ຽງຜົນກະທົບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ເຊັ່ນດຽວກັນ. ສຳລັບຢູ່ພາຍໃນປະເທດເຮົາ ກໍ່ມີໄພພິບັດທຳມະຊາດເກີດຂຶ້ນ ຢ່າງໜັກໜ່ວງ ໂດຍສະເພາະ ຜົນກະທົບຈາກພະຍຸບົວລອຍ ເຮັດໃຫ້ຝົນຕົກໜັກ ນຳ້ຖ້ວມ-ນຳ້ປ່າໄຫຼຊຸ ຢູ່ 10 ແຂວງ, 34 ເມືອງ, 131 ບ້ານ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ, ທັງສ້າງຄວາມເສຍຫາຍ ໃຫ້ແກ່ໂຄງລ່າງພື້ນຖານທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ຊຶ່ງຕ້ອງໄດ້ຮີບຮ້ອນສຸມໃສ່ແກ້ໄຂບັນຫາທີ່ເກີດຂຶ້ນ ໂດຍສະເພາະ ບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ພ້ອມກັນນັ້ນ ໃນຕໍ່ໜ້າ ຕ້ອງໄດ້ມີມາດຕະການປ້ອງກັນແຕ່ຫົວທີ ໂດຍສະເພາະ ຕ້ອງເອົາໄດ້ໃຈໃສ່ໃນການຕິດຕາມ ສະພາບດິນຟ້າອາກາດຢ່າງໃກ້ຊິດ ແລະ ມີການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນໄຟຟ້າໃຫ້ດີ. ນອກນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ບັນດາທ່ານ ສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະ ເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.

ແຫຼ່ງຂ່າວ:

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...