– ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ, ຫົວຫນ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ມາຍັງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ບັນດາຫົວຫນ່ວຍທຸລະກິດ, ຊາວຄ້າຂາຍ ທັງຄົນລາວ, ຄົນຕ່າງປະເທດ, ພະນັກ ງານ ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນ ລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຊາບດັ່ງນີ້ :
- ໄດ້ມີການສ້າງຄວາມເສຍຫາຍດ້ວຍ ການຕິດຕໍ່ທາງໂທລະສັບມືຖື, ໄອແຟັດ, ຄອມພິວເຕີ ທີ່ນໍາໃຊ້ເຊື່ອມ ຕໍ່ອິນເຕີເນັດ ແລະ ນໍາໃຊ້ບໍລິການ ອີເມວ, ເຟັສບຸກ, ເມັດເຊັ່ນເຈີ, ວ໋ອດແອັບ, ວີແຊັດ, ລາຍ, ອິນສະຕາແກຼມ, ຕິກຕ໋ອກ ແລະ ອື່ນໆ ເພື່ອສໍ້ໂກງຊັບ, ຕົວະເອົາເງິນສົດ ແລະ ໂອນເອົາເງິນສົດອອກໄປຈາກບັນຊີຂອງຜູ້ ຖຶກເສຍຫາຍຈໍານວນໜຶ່ງໄປຢ່າງງ່າຍດາຍ ດ້ວຍບາງວິທີການຕ່າງໆທີ່ຄົນບໍ່ດີນໍາໃຊ້ ມີດັ່ງນີ້ :
1.1. ການປອມແປງເຟສບຸກ, ດ້ວຍການຕັ້ງຊື່ ແລະ ເອົາຮູບຂອງທ່ານ ຫຼື ຜູ້ທີ່ທ່ານຮູ້ຈັກ ມາຕັ້ງເປັນຮູບໂປຼຟາຍ ໃນເຟສບຸກ ແລ້ວສົ່ງຂໍ້ຄວາມໄປຫາເພື່ອນທາງເຟສບຸກ, ລູກຫຼານ ຍາດພີ່ນ້ອງຂອງທ່ານເພື່ອຂໍຢືມເງິນ.
1.2. ການໂຄສະນາແລກປ່ຽນເງິນຕາຕ່າງປະເທດ ດ້ວຍວິທີການໃຫ້ອັດຕາດອກເບ້ຍສູງ ແລະ ໂຄສະນາວ່າຮູ້ ຜົນຫວຍອອກຂອງເລກ 06 ໂຕ.
1.3. ການໂຄສະນາຂາຍສິນຄ້າປະເພດຕ່າງໆເຊັ່ນ : ລົດຈັກ, ລົດໃຫຍ່ ແຕ່ໃຫ້ໂອນເງິນໄປມັດຈໍາກ່ອນ ຕາມ ການຕົກລົງກັນ, ໂອນເງິນໄປໃຫ້ແລ້ວຕິດຕໍ່ຫາບໍ່ໄດ້ ເງິນທີ່ໂອນໄປນັ້ນຖືກໂອນໄປຕ່າງປະເທດ ຜ່ານຫຼາຍບັນຊີຢ່າງ ວ່ອງໄວ.
1.4. ການໂຄສະນາຊັກຊວນເຂົ້າຫວຍທາງອອນລາຍ, ການຮັບຝາກເງິນສົດໃຫ້ດອກເບ້ຍສູງ ແລະ ປ່ອຍເງິນ ກູ້ອັດຕາດອກເບ້ຍຕໍ່າ ເພຶ່ອດຶງດູດຄວາມສົນໃຈ.
1.5. ການໂຄສະນາຮັບສະຫມັກເຂົ້າເຮັດວຽກໃຫ້ເງິນເດືອນສູງ ພ້ອມທັງໃຫ້ສົ່ງບັດປະຈໍາຕົວ, ປື້ມສໍາມະໂນ ຄົວ, ບັນຊີເງິນຝາກທະນາຄານ, ຫນັງສືຜ່ານແດນເພື່ອຢັ້ງຢືນຕົວຕົນ ແລ້ວນໍາເອົາເອກະສານເຫຼົ່ານັ້ນໄປນໍາໃຊ້ໃນທາງທີ່ລະເມີດກົດຫມາຍ.
1.6. ສ້າງຄວາມສໍາພັນໂດຍຕິດຕໍ່ມາຫາທ່ານເພື່ອສ້າງຄວາມຮັກແພງ ແລະ ບອກວ່າເປັນຄົນມີເງິນ ຖ່າຍຮູບ ເງິນສົ່ງມາໃຫ້ເບິ່ງ, ພ້ອມທັງບອກວ່າ ຈະຊື້ວັດຖຸມີຄ່າໃຫ້ ແລະ ເອົາເງິນມາລົງທຶນຢູ່ ສປປ ລາວ, ແຕ່ໃຫ້ທ່ານໂອນ ເງິນໄປເສຍຄ່າທໍານຽມ, ຄ່າພາສີຕ່າງໆຢູ່ດ່ານ ຫຼື ສະຫນາມບິນ ແລະ ບາງກໍລະນີ ຜູ້ກະທໍາຜິດໄດ້ນໍາໃຊ້ປັນຍາປະດິດ ( AI ) ປອມແປງໃບຫນ້າ ແລະ ສຽງຂອງຄົນທີ່ທ່ານຮູ້ຈັກ ໂທມາຫາເພື່ອຕົວະຍົວະຫຼອກລວງເອົາເງິນຂອງທ່ານ.
1.7. ສ້າງໂຄສະນາວ່າ ທະນາຄານ ຫຼື ສະຖາບັນການເງິນໃດຫນຶ່ງ ປ່ອຍເງິນກູ້ດອກເບ້ຍຕໍ່າບໍ່ມີຫຼັກຊັບຄໍ້າປະ ກັນ ແລ້ວໃຫ້ປະກອບເອກະສານການກູ້ຢືມເງິນຕາມແບບຟອມ ແລະ ເສຍຄ່າທໍານຽມຕ່າງໆ.
1.8. ໂຄສະນາຊັກຊວນໃຫ້ລົງທຶນ ໂດຍມີຄ່າຕອບແທນສູງ ແລ້ວໃຫ້ໂອນເງິນໄປລົງທຶນຮ່ວມກັນ ແລະ ຊັກ ຊວນລົງທຶນຊື້-ຂາຍຫຼຽນຄຼິບໂຕ ແລະ ຫຼຽນອື່ນໆ ໃນເວບໄຊ້ຕ່າງໆ…, ຈາກນັ້ນເວບໄຊມີບັນຫາຕິດຕໍ່ບໍ່ໄດ້ ແລະ ປິດເວບໄຊໄປ.
1.9. ຈ້າງໃຫ້ເປີດບັນຊີ ຫຼື ຊື້ເອົາບັນຊີ ເພື່ອໄປເຄື່ອນໄຫວກໍ່ອາຊະຍາກໍາ, ໃຫ້ຜູ້ອື່ນໂອນເງິນເຂົ້າ ແລ້ວຖອນເງິນສົດ ຫຼື ໂອນໄປບັນຊີອື່ນໆ.
1.10. ມີກຸ່ມຄົນແອບອ້າງເປັນພະນັກງານບໍລິສັດໃດຫນຶ່ງ ໂທຫາທ່ານ ແລ້ວບອກວ່າ : ຖືກລາງວັນເງິນສົດ ສາ ມາດປ່ຽນເປັນປີ້ຍົນໄປທ່ຽວຕ່າງປະເທດ ຫຼື ແຈ້ງວ່າຈະລົງມາປ່ຽນກົງເຕີ ໄຟຟ້າ ແລະ ກົງເຕີນໍ້າປະປາໃຫ້ໃຫມ່ ເພື່ອ ຫຼຸດຜ່ອນຄ່າໃຊ້ຈ່າຍລົງ, ເບີໂທລະສັບທີ່ທ່ານນໍາໃຊ້ຫມົດກໍານົດ ໃຫ້ເຂົ້າໄປລົງທະບຽນໃຫມ່, ບັນຊີທະນາຄານທ່ານ ຖືກລ໋ອກ ບັນດາວິທີການເຫຼົ່ານີ້ ຈະບອກໃຫ້ທ່ານກົດລິ້ງທີ່ເຂົາສົ່ງໃຫ້ ເພື່ອລົງທະບຽນຢັ້ງຢືນຕົວຕົນ, ຫຼັງຈາກປະຕິບັດຕາມເຂົາແນະນໍາແລ້ວເງິນໃນບັນຊີຂອງທ່ານຈະຖືກໂອນເອົາອອກໄປຫາບັນຊີອື່ນໂດຍທີ່ທ່ານບໍ່ຮູ້ສຶກຕົວ.
- ບັນດາພຶດຕິກໍາຂ້າງເທິງນັ້ນ ລ້ວນແລ້ວແຕ່ເປັນການກະທໍາຜິດທາງອາຍາ, ຖ້າບຸກຄົນ, ນິຕິບຸກຄົນໃດ ມີສ່ວນພົວພັນສົມຮູ້ຮ່ວມຄິດ, ອໍານວຍຄວາມສະດວກ ຊື້-ຂາຍ ຫຼື ໃຫ້ເຊົ່າບັນຊີ, ສະຖານທີ່ເພື່ອເປັນສື່ກາງໃນການສ້າງຄວາມເສຍຫາຍແກ່ບຸກຄົນອື່ນ ຖືວ່າເປັນການກະທໍາຜິດທາງອາຍາ ແລະ ຈະຖືກລົງໂທດ ຕາມທີ່ກົດຫມາຍໄດ້ກໍານົດໄວ້.
- ຖ້າທ່ານພົບເຫັນບັນຫາທີ່ກ່າວມາຂ້າງເທິງນັ້ນ ຂໍໃຫ້ທຸກຄົນມີສະຕິ, ຄິດ ແລະ ໄຕ່ຕອງໃຫ້ລະອຽດ ຢ່າຟ້າວຫຼົງເຊື່ອຢ່າງໄວວາ, ຖ້າທ່ານຮູ້ສຶກມີການສົງໄສໃຫ້ໂທຖາມພາກສ່ວນທີ່ກ່ຽວຂອງໂດຍກົງໃຫ້ລະອຽດກ່ອນເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີ.
- ຖ້າທ່ານຕົກເປັນເຫຍື່ອຂອງຜູ້ຖືກເສຍຫາຍ ໃຫ້ຮີບຮ້ອນປະສານງານຫາພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນທະນາຄານທີ່ທ່ານເປີດນໍາໃຊ້ບັນຊີ ເພື່ອລະງັບການເຄື່ອນໄຫວບັນຊີໂດຍດ່ວນ, ນໍາເອົາປະຫວັດການແຊັດກັບກຸ່ມແກ້ງດັ່ງກ່າວ, ເອກະສານຢັ້ງຢືນຕົວຕົນຂອງທ່ານ ( ບັດປະຊາຊົນ, ສໍາມະໂນຄົວ, ໜັງສືຜ່ານແດນ ), ຊື່ບັນຊີ ຫຼື ຄິວອາໂຄດຂອງທ່ານ ແລ້ວເຂົ້າໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເມືອງ ຫຼື ນະຄອນ, ຫ້ອງຕໍາຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ – ປກສ ແຂວງ ບ່ອນໃກ້ສຸດ ຫຼື ເຈົ້າໜ້າທີ່ກົມຕໍາຫຼວດສືບ ສວນ-ສອບສວນ, ກົມຕໍາຫຼວດເສດຖະກິດ ເພື່ອໃຫ້ເຈົ້າຫນ້າທີ່ດໍາເນີນການສືບສວນ-ສອບສວນຕິດຕາມ ແລະ ນໍາ ໃຜູ້ກະທໍາຜິດມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດຫມາຍ ແລະ ເກັບກູ້ຊັບສິນຂອງທ່ານ.
ດັ່ງນັ້ນ, ກົມໃຫຍ່ຕໍາຫຼວດ ຈຶ່ງອອກແຈ້ງການສະບັບນີ້ ເພື່ອໃຫ້ທົ່ວສັງຄົມໄດ້ຮັບຊາບ ແລະ ມີສະຕິລະວັງ ຕົວຕໍ່ບັນຫາດັ່ງກ່າວ