ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ.
ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຕິດຕາມເບິ່ງສະພາບຄວາມເສຍຫາຍຈາກພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ເຮັດໃຫ້ເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ 3 ຄົນ.
ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ຮູ້ວ່າ: ເວລາທ່ຽງຄືນ ຂອງວັນທີ 29 ກັນຍາ 2025 ໄດ້ເກີດຝົນຕົກໜັກ ເຮັດໃຫ້ນໍ້າໄຫຼຊຸເຮືອນປະຊາຊົນ 2 ຫລັງ ແລະ ມີຜູ້ເສຍຊີວິດ 3 ຄົນ, ເສັ້ນທາງເປ່ເພບໍ່ສາມາດສັນຈອນໄປ-ມາໄດ້.
ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ພ້ອມທັງໃຫ້ກໍາລັງໃຈແກ່ຄອບຄົວຜູ້ເສຍຊີວິດໃນເຫດການຄັ້ງນີ້. ທ່ານໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ໂດຍສະເພາະຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈົ່ງຮີບຮ້ອນສະຫຼຸບລາຍງານຜົນເສຍຫາຍໃຫ້ຂັ້ນສູນກາງຮັບຮູ້ ພ້ອມທັງໃຫ້ຄວາມຊ່ວຍເຫຼືອເບື້ອງຕົ້ນ ແກ່ຜູ້ປະສົບໄພ ແລະ ຄອບຄົວທີ່ມີຜູ້ເສຍຊີວິດ. ພ້ອມນີ້, ທ່ານຍັງໄດ້ມອບເງິນ 5 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອຊ່ວຍເຫຼືອເບື້ອງຕົ້ນ.
ແຫຼ່ງຂ່່າວ: LNR