ກະຊວງສຶກສາທິການ ແລະ ກິລາ ຂໍຊີ້ແຈງອະທິບາຍ ກ່ຽວກັບຄວາມເປັນມາ ແລະ ສະພາບຄວາມເປັນຈິງ ຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ສປປ ລາວ ໃນໄລຍະຜ່ານມາ 20 ກວ່າປີຜ່ານມາຄືດັ່ງນີ້:
ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ເປັນການປະກອບສ່ວນ ເຂົ້າໃນການບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ຂອງ ສປຊ, ທັງເປັນການຈັດຕັ້ງຜັນຂະຫຍາຍຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ, ນະໂຍບາຍ, ດໍາລັດ ແລະ ນິຕິກໍາອື່ນໆ ຂອງລັດຖະບານລາວ ໂດຍສະເພາະ ແມ່ນໄດ້ປະກອບສ່ວນແກ້ໄຂການເຂົ້າຮຽນ, ປະລະການຮຽນ ແລະ ບັນຫາສຸຂະພາບຂອງເດັກ/ນັກຮຽນ ໂດຍສຸມໃສ່ເຂດບຸລິມະສິດ ຄື: ເຂດທຸກຍາກ, ເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອສ້າງເງື່ອນໄຂ ໃຫ້ນັກຮຽນອະນຸບານສຶກສາ ແລະ ປະຖົມສຶກສາ ໄດ້ຮັບການເອົາໃຈໃສ່ດູແລທາງດ້ານສຸຂະພາບ ຕໍ່ການບໍລິຫານໂພກອາຫານ ໃຫ້ຖືກຫຼັກໂພຊະນາການ, ການຮຽນຮູ້ທີ່ດີ-ມີຄຸນນະພາບ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງຍົກສູງຄວາມເປັນເຈົ້າການຂອງພໍ່ແມ່, ຜູ້ປົກຄອງ ແລະ ຊຸມຊົນ ດ້ວຍກໍາລັງແຮງ, ທ່າແຮງຂອງທ້ອງຖິ່ນ ເພື່ອຮັບປກັນເຮັດແນວໃດໃຫ້ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນມີຄຸນນະພາບ ແລະ ມີຄວາມຍືນຍົງ.
ບົນຈິດໃຈດັ່ງກ່າວ, ລັດຖະບານ ກໍຄື ຂະແໜງການສຶກສາ ແລະ ກິລາ ຈຶ່ງໄດ້ສຸມທຸກຄວາມພະຍາຍາມ ທັງດ້ານວິຊາການ ແລະ ງົບປະມານ ຂອງຕົນ ໂດຍໄດ້ຮັບທຶນສົມທົບຈໍານວນໜຶ່ງ ຈາກປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ທັງນີ້ກໍເພື່ອແນ່ໃສ່ໃຫ້ມີທ່າກ້າວຂະຫຍາຍຕົວ, ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ,
ຍ້ອນເຫັນໄດ້ເຖິງຄວາມສໍາຄັນ ຂອງວຽກງານໂພຊະນະການ ແລະ ການເຕີບໂຕຂອງເດັກໃນເກນໄວຮຽນ, ນັບຕັ້ງແຕ່ ປີ 2002 ເປັນຕົ້ນມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ເລີ່ມຕົ້ນເຮັດໂຄງການທົດລອງສະໜອງອາຫານໃນໂຮງຮຽນ ໂດຍຮ່ວມກັບອົງການອາຫານໂລກ ຂອງ ສປຊ ເພື່ອຈັດຕັ້ງປະຕິບັດ ໂຄງການອາຫານທ່ຽງ ໃນໂຮງຮຽນ ດ້ວຍການສະໜອງອາຫານຫວ່າງ ທີ່ມີໂພຊະນາການສູງ ເປັນປະເພດ ເຂົ້າໜົມປັງ ທີ່ເຮັດດ້ວຍແປ້ງສາລີ, ແປ້ງຖົ່ວເຫຼືອງ ໃຫ້ແກ່ກຸ່ມໂຮງຮຽນເປົ້າຫມາຍ ຢູ່ 3 ແຂວງ ຂອງພາກເໜືອ. ຜ່ານການເຮັດທົດລອງຕົວຈິງ ໄປໄດ້ໄລຍະໜຶ່ງ, ໃນ ປີ 2009, ລັດຖະບານ ໂດຍປະສານສົມທົບກັບອົງການອາຫານໂລກ ຂອງ ສປຊ ຈຶ່ງໄດ້ຂະຫຍາຍໂຄງການດັ່ງກ່າວ ລົງໄປສູ່ພາກໃຕ້ຂອງປະເທດ ໃນຮູບແບບການປຸງແຕ່ງອາຫານທ່ຽງ ໃຫ້ແກ່ເດັກນ້ອຍ ຢູ່ຕາມໂຮງຮຽນ ທີ່ຢູ່ໃນກຸ່ມເປົ້າໝາຍ ພາຍໃຕ້ການຄຸ້ມຄອງຂອງລັດຖະບານ ແລະ ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຂັ້ນທ້ອງຖິ່ນ ແລະ ຊຸມຊົນ.
ນັບແຕ່ ປີ 2010 ເປັນຕົ້ນມາ, ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ຕໍ່ໂຄງການດັ່ງກ່າວ ເຫັນໄດ້ເຖິງຜົນສໍາເລັດ ທີ່ໜ້າເພິ່ງພໍໃຈໃນເບື້ອງຕົນ ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈຶ່ງໄດ້ຕົກລົງຄ່ຽນຖ່າຍ ການຄຸ້ມຄອງບໍລິຫານ ໂຄງການອາຫານທ່ຽງໃນໂຮງຮຽນ ໃຫ້ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງ ລັດຖະບານລາວ ເທື່ອລະກ້າວ. ສະເພາະ ໃນສົກຮຽນ 2018-2021 ໄດ້ມີການມອບ-ໂອນ ໂຮງຮຽນເປົ້າໝາຍ ຈຳນວນ 2.086 ໂຮງຮຽນ ໃຫ້ລັດຖະບານລາວ ເປັນຜູ້ຮັບຜິດຊອບໂດຍກົງ ພ້ອມຍັງຈະສືບຕໍ່ມອບໂອນທຸກໂຮງຮຽນເປົ້າໝາຍ ທີ່ຍັງເຫຼືອໃຫ້ສໍາເລັດ ໃນປີ 2023-2025 (1.010 ແຫ່ງ). ການມອບ-ໂອນດັ່ງກ່າວ ແມ່ນແນໃສ່ເສີມສ້າງຄວາມເຂັ້ມແຂງ ແລະ ການເຊີດຊູຄວາມເປັນເຈົ້າການ ຂອງ ສປປ ລາວ ແລະ ຄວາມຍືນຍົງຂອງ ໂຄງການ.
ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະ 20 ກວ່າປີ ຜ່ານມາ, ເຫັນໄດ້ວ່າ ໂຄງການອາຫານທ່ຽງໃນໂຮງຮຽນ ແມ່ນມີຄຸນປະໂຫຍດຕົວຈິງຫຼາຍດ້ານ ໃນການຊຸກຍູ້ສົ່ງເສີມໃຫ້ເດັກນ້ອຍໃນເກນໄວຮຽນ ມີຄວາມກະຕືລືລົ້ນ ຢາກເຂົ້າຮຽນເພີ່ມຂຶ້ນ ກໍຄື ເປັນການປະກອບສ່ວນເຂົ້າໃນການແກ້ໄຂອັດຕາການປະລະການຮຽນ ຂອງເດັກນ້ອຍ ໃນເກນໄວຮຽນໃນສະຖານການສຶກສາ ຂັ້ນອະນຸບານສຶກສາ ແລະ ປະຖົມສຶກສາ ຊຶ່ງໄດ້ເລີ່ມຕົ້ນຈາກການເຮັດທົດລອງ ຢູ່ 3 ແຂວງພາກເໜືອ (ແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງນໍ້າທາ) ຈົນກວມເອົາ ທັງໝົດ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ໃນປັດຈຸບັນ, ຈາກໂຮງຮຽນ 515 ແຫ່ງ ທີ່ເຂົ້າຮ່ວມໂຄງການ ໃນ ປີ 2002 ມາ ເປັນ 2.921 ແຫ່ງ ໃນ ປີ 2025.
ກະຊວງສຶກສາທິການ ແລະ ກິລາ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຕໍ່ໂຄງການອາຫານທ່ຽງໃນໂຮງຮຽນ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຕື່ມ ໃນອະນາຄົດ.