ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ (ເດືອນ10).
ສ່ວນຂໍ້ມູນທີ່ຈະນຳມາຂຽນປະກອບໃສ່ແບບຟອມມີຄື:
- ຊື່ ແລະ ນາມສະກຸນ (ພາສາລາວ ແລະ ອັງກິດ)
- ເລກບັດປະຈໍາຕົວເກົ່າ
- ວັນທີ/ເດືອນ/ປີເກີດ
- ສະຖານທີ່ຈົດທະບຽນການເກີດ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)
- ທີ່ເກີດ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)
- ຊົນເຜົ່າ ແລະ ສາສະໜາ
- ໝວດເລືອດ
- ເຊື້ອຊາດ ແລະ ສັນຊາດ
- ເບີໂທຕິດຕໍ່ ແລະ ອີເມວ
- ລະດັບວັດທະນະທຳ ແລະ ລະດັບການສຶກສາ
- ອາຊີບ ແລະ ສະຖານທີ່ເຮັດວຽກ
- ຂໍ້ມູນຂອງຄົນໃນຄອບຄົວ ( ຊື່, ສາຍພົວພັນ, ສັນຊາດ, ເລກບັດປະຈໍາຕົວ )
- ທີ່ຢູ່ບັດຈຸບັນ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)
- ທີ່ພັກເຊົາຊົ່ວຄາວ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)ຊື່,
- ນາມສະກຸນ ແລະ ເລກບັດປະຈໍາຕົວ ຂອງຫົວໜ້າຄອບຄົວ
ໝາາຍເຫດ: ສຳລັບໃຜທີ່ບັດປະຈໍາຕົວບໍ່ທັນໝົດອາຍຸ ແລະ ບໍ່ມີວຽກຈຳເປັນທີ່ຕ້ອງໃຊ້ບັດປະຈໍາຕົວ ແມ່ນສາມາດລໍຖ້າເຮັດໃນຕົ້ນເດືອນຕຸລາໄດ້ ໂດຍແຕ່ລະເມືອງຈະເປີດໃຫ້ບໍລິການເຮັດບັດປະຈຳຕົວດິຈິຕອນ ພາຍໃນຕົ້ນເດືອນຕຸລາ 2025.
ມີຂໍ້ສົງໃສ ຫຼື ຄຳຖາມເພີ່ມເຕີມສາມາດໂທຕິດຕໍ່ເບີສາຍດ່ວນ 1529