ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ)
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຕາງໜ້າຄະນະພັກ, ບັນດາກະຊວງ, ສະຖາບັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຮອງເອົາເນື້ອໃນບົດລາຍງານການເມືອງ, ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V ແລະ ບົດສໍາຫຼວດການນໍາພາລວມຂອງອົງຄະນະພັກ ສປສສ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າບັນດາໜ່ວຍພັກກົມ, ຄະນະສານ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເພື່ອໃຫ້ມີເນື້ອໃນຄົບຖ້ວນ. ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ສປສສ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 20 ສະຫາຍ ຍິງ 5 ສະຫາຍ, ເລືອກເອົາ 17 ສະຫາຍ ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເລືອກຕັ້ງເອົາສະຫາຍນາງ ວຽງທອງ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ບຸນຂວາງ ທະວີສັກ ເປັນຮອງເລຂາ; ສະຫາຍ ພົມມະຫາ ປັນຍານຸເດດ ເປັນປະທານຄະນະກວດກາພັກ; ສະຫາຍ ນາງ ທັນສະໄໝ ຊາມຸນຕີ ແລະ ສະຫາຍ ພອນສະຫວັນ ພວງພິດົກ ເປັນຮອງປະທານຄະນະກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຈໍານວນ 5 ສະຫາຍ.
ໂອກາດນີ້, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ 7 ບັນຫາສຳຄັນດັ່ງນີ້:
- ປັນເຈົ້າການນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນແຜນການ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດຢ່າງຕັ້ງໜ້າ ໂດຍເລີ່ມຈາກການຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມໃນຄະນະບໍລິຫານງານພັກ ສປສສ ລົງໄປເຖິງຄະນະພັກສານປະຊາຊົນແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ຜູ້ພິພາກສາຢູ່ບັນດາກົມກອງ, ຄະນະສານທັງສູນກາງ ແລະ ທ້ອງຖິ່ນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ມີຄວາມເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ເປັນຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິພາບ, ປະສິດທິຜົນສູງຕາມຄາດໝາຍ;
- ໃຫ້ຮີບຮ້ອນແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກ, ຄະນະບໍລິຫານງານພັກຊຸດໃໝ່ໃຫ້ລະອຽດຈະແຈ້ງ, ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ, ມີຄວາມເສຍສະຫຼະເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ;
- ຕ້ອງຢືດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂຕໍ່ການປະພືດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ; ສ້າງຄວາມເຊື່ອໝັ້ນຈາກມະຫາຊົນ, ຕ້ອງຮູ້ອີງໃສ່ກໍາລັງແຮງຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຂອງປະເທດຊາດ;
- ສືບຕໍ່ຝຶກຝົນຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາຕໍ່ໜ້າທີ່, ຄວາມເປັນແບບຢ່າງນໍາໜ້າດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດຕໍ່ອຸດົມການຂອງພັກ, ຕໍ່ຜົນປະໂຫຍດຂອງປະ ຊາຊົນ ແລະ ປະເທດຊາດ, ມີຄວາມສາມັກຄີພາຍໃນ ຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອກໍ່ສ້າງໝູ່ຄະນະໃຫ້ມີຄວາມຕັ້ງໜ້າເຂັ້ມແຂງ;
- ຫ້າ. ເອົາໃຈໃສ່ນໍາພາປະຕິບັດໜ້າທີ່ການເມືອງຂອງສານປະຊາຊົນໃນການຕັດສິນ, ພິພາກສາຄະດີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ທັງຮັບປະກັນຄຸນນະພາບໃນການຕັດສິນຄະດີ ໃຫ້ມີຄວາມຖືກຕ້ອງ ແລະ ເປັນທໍາ ລວມທັງການຕິດຕາມ ແລະ ຄຸ້ມຄອງຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄໍາຕັດສິນໃຫ້ຄົບຖ້ວນຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດ;
- ຕ້ອງໄດ້ພ້ອມກັນກໍາແໜ້ນ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ;
- ສືບຕໍ່ນໍາພາສ້າງຄວາມສາ ມັກຄີກັບສານປະຊາຊົນຂອງປະເທດເພື່ອນມິດ ແລະ ສາກົນ ຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອພັດ ທະນາຂະແໜງການສານໃຫ້ໄດ້ດີ, ເອົາໃຈໃສ່ຍາດແຍ່ງ ແລະ ດຶງດູດການຊ່ວຍເຫຼືອທາງດ້ານເຕັກນິກວິຊາການທາງກົດໝາຍ ແລະ ບົດຮຽນໃນການດໍາເນີນຄະດີໃຫ້ຫຼາຍ, ການເຂົ້າຮ່ວມຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນຕ້ອງໄດ້ເຮັດວຽກ ແລະ ປະຕິບັດໜ້າທີ່ຮ່ວມກັບເຂົາໃຫ້ລະອຽດ, ຊັດເຈນ ແລະ ມີສະຕິຕໍ່ທັດສະນະຕ່າງໆ ທີ່ສໍາຄັນຕ້ອງໄດ້ຮຽນຮູ້ ແລະ ນໍາເອົາບົດຮຽນທີ່ເປັນປະໂຫຍດມາໝູນໃຊ້ໃນວຽກງານວິຊາສະເພາະຂອງຕົນ.
ແຫຼ່ງຂ່າວ: ໜັງສືພິມປະຊາຊົນ