ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ.
ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025 ນີ້ ເກີດເຫດສະເທືອນຂວັນໃນລັດຍູທາ ສະຫະລັດອາເມລິກາ ຫຼັງຈາກ ຊາລີ ເຄິກ ອາຍຸ 31 ປີ ນັກເຄື່ອນໄຫວຜູ້ສະໜັບສະໜູນ ແລະ ເປັນພັນທະມິດຂອງ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ຖືກລອບສັງຫານ (ເສຍຊີວິດ) ລະຫວ່າງຮ່ວມງານທີ່ມະຫາວິທະຍາໄລ ຍູທາ ວັນເລ (ຍູວີຍູ) ເມື່ອວັນທີ 10 ກັນຍາ 2025 ຕາມເວລາທ້ອງຖິ່ນ.
ແຫຼ່ງຂ່າວຫຼາຍແຫຼ່ງລະບຸວ່າ: ກະສຸນປືນຖືກຍິງຈາກອາຄານຮຽນທີ່ຢູ່ຫ່າງປະມານ 90-180 ແມັດ ເຂົ້າບໍລິເວນຄໍຂອງ ຊາລີ ເຄິກ ພາຍຫຼັງໄດ້ຍິນສຽງປືນດັງຂຶ້ນເຮັດໃຫ້ຜູ້ເຂົ້າຮ່ວມຕ່າງແຕກຕື່ນໜີເອົາຊີວິດລອດ ຂະນະທີ່ເຈົ້າໜ້າທີ່ເລັ່ງນຳຕົວ ຊາລີ ເຄິກ ສົ່ງໂຮງໝໍແຕ່ສຸດທ້າຍກໍເສຍຊີວິດໃນເວລາຕໍ່ມາ.
ທາງດ້ານໜ່ວຍສືບສວນກາງ (ເອັບບີໄອ) ແລະ ກະຊວງຄວາມປອດໄພສາທາລະນະລັດຍູທາ ໄດ້ລະບຸວ່າ: ຜູ້ຕ້ອງສົງໃສໄດ້ຈັບຕົວແລ້ວ ແລະ ມີລາຍງານອີກຕື່ມວ່າກ້ອງວົງຈອນປິດຈັບພາບຜູ້ກໍ່ເຫດໄດ້ ເປັນບຸກຄົນທີ່ໃສ່ຊຸດສີດຳໝົດຕົວ ເຊິ່ງຍິງມາຈາກທາງຫຼັງຄາຂອງອາຄານໃດໜຶ່ງໃນມະຫາໄລ.
ທັງນີ້ ຊາລີ ເຄິກ ກໍ່ຕັ້ງກຸ່ມອານລັກນິຍົມ ເທີນນິ້ງ ພ້ອຍ ຍູເອັສເອ (Turning Point USA) ຂະນະຕອນນັ້ນ ຊາລີ ມີອາຍຸພຽງ 18 ປີ ແລະ ມີຄວາມໃກ້ຊິດກັບ ໂດນັລ ທຣຳ ເຊິ່ງການເສຍຊີວິດຂອງ ຊາລີ ນັບເປັນການຍົກລະດັບຄວາມຮຸນແຮງທາງການເມືອງເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນຊ່ວງບໍເທົ່າໃດປີທີ່ຜ່ານມາ.
ທີ່ມາ: ຂ່າວສົດ