spot_img
Homeຂ່າວພາຍ​ໃນພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

Published on

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ.
ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ” ຈຶ່ງກາຍເປັນຈຸດໝາຍສໍາຄັນທີ່ຄົນຂັບລົດ EV ຕ້ອງຮູ້ຈັກ!
 
“BlueDot Charger” ແມ່ນສະຖານີສາກລົດໄຟຟ້າ ທີ່ເປັນອີກໜຶ່ງທຸລະກິດສໍາຄັນຢູ່ໃນເຄື່ອຂອງ “ບໍລິສັດລາວທານີ” ເຊິ່ງເປັນບໍລິສັດຂະໜາດໃຫຍ່ໃນປະເທດ ເປັນຕົວແທນຈໍາໜ່າຍ ລົດຍົນຍີ່ຫໍ້ TOYOTA ທີ່ທຸກຄົນຮູ້ຈັກກັນດີໃນຊື່ “ໂຕໂຢຕ້າ ລາວທານີ” ແລະ ຍັງໄດ້ນໍາເຂົ້າລົດຍົນ ປະເພດອື່ນໆ. ນອກນີ້, ຍັງມີລົດກົນຈັກໜັກ ທີ່ຕອບໂຈດວຽກງານກະສິກໍາ, ກໍ່ສ້າງ ແລະ ຂຸດຄົ້ນບໍ່ແຮ່. ພ້ອມທັງ, ຍັງມີສິນຄ້າ ປະເພດອາໄຫຼ່ ແລະ ອຸປະກອນໃນສ່ວນຂອງ Aftermarket ທີ່ພ້ອມໃຫ້ບໍລິການ.
 
ຕາມທີ່ທຸກຄົນຮູ້, ພະລັງງານເຊື້ອໄຟເປັນສິ່ງສໍາຄັນໃນການເປັນຢູ່ ລວມເຖິງການຂົນສົ່ງ ແລະ ທົ່ວໂລກຫັນມາໃຫ້ຄວາມສໍາຄັນກັບພະລັງງານສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສາມາດຜະລິດໄດ້ພາຍໃນປະເທດ, ທາງພາກລັດເອງກໍໄດ້ມີການສົ່ງເສີມໃຫ້ມີການນໍາໃຊ້ລົດໄຟຟ້າຫຼາຍຂຶ້ນ ແລະ ໃນຈຸດນີ້ເອງ ລາວທານີ ເຫັນເຖິງຄວາມສໍາຄັນວ່າ ການນໍາໃຊ້ລົດໄຟຟ້າບໍ່ຄວນມີຂໍ້ຈໍາກັດ ໃນດ້ານການເດີນທາງ.
 
ດັ່ງນັ້ນ, ທາງ ລາວທານີ ຈຶ່ງໄດ້ສຶກສາຄວາມເປັນໄປໄດ້ໃນສະຖານີສາກຄວາມໄວສູງແບບຄົບວົງຈອນ ໂດຍເນັ້ນເຖິງຄວາມປອດໄພສູງສຸດຂອງລູກຄ້າ ແລະ ໃນປີ 2022 ຈຶ່ງໄດ້ລົງທຶນຂະຫຍາຍສະຖານີສາກລົດໄຟຟ້າ ພາຍໃຕ້ແບລນ “BlueDot Charger” ທີ່ມີເປົ້າໝາຍໃຫ້ BlueDot ເປັນຈຸດສີຟ້າ ທີ່ເຊື່ອມຕໍ່ທຸກການເດີນທາງ ເພື່ອໃຫ້ຄົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງດ້ວຍລົດໄຟຟ້າໄດ້ຢ່າງໜັ້ນໃຈ ເພາະ BlueDot ມີສະຖານີສາກທີ່ຄອບຄຸມຫຼາຍກວ່າ 40 ຈຸດ (ມີຫົວສາກຫຼາຍກວ່າ 120 ຫົວ) ແລະ ຍັງມີແຜນຂະຫຍາຍອີກ ເພື່ອໃຫ້ຄອບຄຸມທົ່ວປະເທດລາວ.
 
ຄຽງຄູ່ກັນນັ້ນ, ຍັງໄດ້ຍຶດໝັ້ນເອົາເລື່ອງຄຸນນະພາບຄວາມປອດໄພເປັນຫຼັກ ເພື່ອຫຼຸດຜ່ອນຄວາມສ່ຽງ ຂອງອັນຕະລາຍທີ່ອາດຈະເກີດຂຶ້ນກ່ຽວກັບລະບົບໄຟຟ້າ, ລາວທານີ ຈຶ່ງໄດ້ມີທີມງານທີ່ຜ່ານການຝຶກອົບຮົມຈາກຕ່າງປະເທດ ລວມເຖິງເຄື່ອງມືພິເສດໃນການກວດເຊັກຕູ້ສາກ ແບບ AC ແລະ DC ທີ່ມີພຽງ 2 ເຄື່ອງໃນປະເທດລາວ. ພ້ອມທັງຍັງມີທີມງານໃຫ້ຄໍາປຶກສາ ແລະ ແກ້ໄຂບັນຫາໃຫ້ລູກຄ້າ 24 ຊົ່ວໂມງ ເພື່ອສ້າງຄວາມໝັ້ນໃຈວ່າ ລູກຄ້າທຸກໆຄົນຈະໄດ້ຮັບການບໍລິການທີ່ດີທີສຸດ ຈາກ BlueDot ຫຼື ລາວທານີ ນັ້ນເອງ.
 
ສຳລັບຂໍ້ມູນເພີ່ມເຕີມຕິດຕໍ່ຫາ
📞ເບີໂທລະສັບ: 020 5737 8222
☎️ 020 5738 8222
ເຟສບຸກເພຈ: @Blue Dot Charger-ບຼູດອດ ຊາດເຈີ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...