spot_img
Homeຂ່າວພາຍ​ໃນລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

Published on

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ.

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ (Miguel Diaz-Canel Bermudez), ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນວັນທີ 7 ກັນຍາ 2025, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ທໍານຽບປະທານປະເທດ. ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໄດ້ແລກປ່ຽນທັດສະນະ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ກູບາ ໃນຕໍ່ໜ້າ ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ.

ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຖານອ້າຍນ້ອງ ແລະ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທີ 3 ຂອງ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ໃນການເດີນທາງມາຢ້ຽມຢາມ ສປປ ລາວ, ພ້ອມທັງໄດ້ຝາກຄໍາຢ້ຽມຢາມຖາມຂ່າວເຖິງບັນດາການນໍາພັກ-ລັດທີ່ກ່ຽວຂ້ອງ ຂອງ ສ ກູບາ.

ການພົບປະຄັ້ງນີ້, ຜູ້ນໍາທັງສອງ ໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງສອງປະເທດໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສອງປະເທດຍາດມາໄດ້ໃນຕະຫລອດໄລຍະຜ່ານມາ; ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ເພີ່ມທະວີຮັດແໜ້ນສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນຖານະທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ມີອຸດົມການດຽວກັນ ໂດຍເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດຢ່າງເປັນປະຈໍາ; ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືອັນສໍາຄັນທາງດ້ານນິຕິບັນຍັດ, ຕຸລາການ, ເສດຖະກິດ-ການຄ້າ, ສາທາລະນະສຸກ, ການສຶກສາ, ກິລາ, ກະສິກໍາ ແລະ ດ້ານວັດທະນະທໍາ-ສັງຄົມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ພ້ອມທັງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ສົ່ງເສີມ ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນຂອງສອງປະເທດ.

ໃນໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຖືໂອກາດເຊື້ອເຊີນ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ເພື່ອເຂົ້າຮ່ວມພິທີສະເຫລີມສະ ຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມີຂຶ້ນໃນທ້າຍປີ 2025 ນີ້.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...