spot_img
Homeຂ່າວພາຍ​ໃນປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

Published on

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ ແຂວງຈຳປາສັກ ສຶກສາອົບຮົມກຸ່ມຍັກຍອກແລະລັກຢາງພາລາຂອງສາມບໍລິສັດຄື: ບໍລິສັດເຢົ໋າຕ໋ຽນ,ບໍລິສັດດັກລັດ ແລະ ບໍລິສັດ ຫວຽດ-ລາວ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັທ ທະວິໄຊ ອາໄລຮັກ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ,ທ່ານ ພັທ ພົມມາ ສາມາດຈະເລີນ ຮອງກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ,ທ່ານ ພັທ ເພັດສາຄອນ ແກ້ວວົງເພັດ ຮອງຫ້ອງການ ກອງບັນຊາການ ປກສ ແຂວງຈຳປາສັກ,ມີບັນດາທ່ານຄະນະແກ້ໄຂປະກົດການຫຍໍ້ທໍ້ ປກສ ແຂວງ, ຕ່າງໜ້າ3ບໍລິສັດ, ພໍ່ແມ່ຜູ້ປົກຄອງ ແລະ ກຸ່ມເປົ້າໝາຍຈຳນວນ 5 ຄົນເຂົ້າຮ່ວມ.

ທ່ານ ພັທ ທະວິໄຊ ອາໄລຮັກ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງພ້ອມດ້ວຍຄະນະແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມວ່າ: ການສຶກສາອົມຮົມກຸ່ມເປົ້າໝາຍຮັບຊື້ຢາງພະລາບໍ່ຖືກຕ້ອງແລະລັກຢາງພະລາຮັບຮູ້ແລະ ເຂົ້າໃຈ ກ່ຽວກັບກົດໝາຍ,ລະບຽບຫຼັກການຕ່າງໆຂອງບ້ານເມືອງ, ເຂົ້າໃຈຕໍ່ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມເປັນຕົ້ນແມ່ນ: ບັນຫາລັກຊັບ, ປຸ້ນຊັບ, ຊີງຊັບ, ບັນຫາຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆທີ່ສ້າງຄວາມບໍ່ສະຫົງບ,ຄວາມບໍ່ເປັນລະບຽບ, ຮຽບຮ້ອຍໃນສັງຄົມ,ພ້ອມນັ້ນຍັງໃຫ້ຮູ້ສຶກຜິດໃນການກະທຳຜິດຂອງຕົນເອງໃນຜ່ານມາ ແລະຮູ້ໄດ້ເຖີງລະບຽບກົດໝາຍທີ່ຈະໄດ້ປະຕິບັດຕໍ່ຜູ້ເຄື່ອນໄຫວຮັບຊື້ຢາງພະລາບໍ່ຖືກຕ້ອງແລະລັກຢາງພາລາ,ຈາກນັ້ນຍັງໃຫ້ກຸ່ມເປົ້າໝາຍດັ່ງກ່າວຮູ້ຈຳແນກໄດ້ສິ່ງທີ່ຖືກ-ຜິດ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສິດແລະພັນທະຂອງພົນລະເມືອງລາວໂດຍສະເພາະແມ່ນຊາວໜຸ່ມທີ່ຈະກາຍເປັນໜໍ່ແໜງຂອງປະເທດຊາດ ເປັນຜູ້ສືບທອດທີ່ດີໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດ,ດັດປ່ຽນແນວຄິດແລະພຶດຕິກຳຂອງຕົນພ້ອມກັນກັບຕົວ,ກັບໃຈມາເປັນພົນລະເມືອງທີ່ດີຂອງສັງຄົມ,ກາຍເປັນລູກຫຼານທີ່ດີຂອງພໍ່ແມ່,ທຳມາຫາກິນດ້ວຍຄວາມບໍລິສຸດສັດຊື່,ພ້ອມກັນສະກັດກັ້ນ ແລະ ຕ້ານບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ.

ໃນຕອນທ້າຍຍັງໄດ້เຮັດບົດບັນທຶກແລະສົ່ງໃຫ້ຜູ້ ປົກຄອງເພື່ອນໍາໄປສຶກສາອົບຮົມລູກຫຼານຂອງຕົນຕື່ມເພື່ອບໍ່ໃຫ້ກັບມາກະທຳຜິດຕື່ມອີກໃນຄັ້ງຕໍ່ໄປ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...