ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ ອາຍຸ 11 ປີ ໄດ້ໄປພົບໝໍປົວແຂ້ວເພື່ອຖອນຮາກແຂ້ວ ແຕ່ກັບຕ້ອງອຶ້ງກັບຜົນການສະແກນເມື່ອພົບວ່າ: ນ້ອງຄົນດັ່ງກ່າວມີແຂ້ວຢູ່ໃນປາກທັງໝົດ 81 ເຫຼັ້ມລວມເຖິງແຂ້ວພິເສດ 31 ເຫຼັ້ມອີກດ້ວຍ.
ຈາກການກວດຊ່ອງປາກ ແພດໄດ້ສັງເກດເຫັນວ່າ: ມີແຂ້ວແທ້ພຽງ 5 ເຫຼັ້ມເທົ່ານັ້ນທີ່ງອກຂຶ້ນ ໃນຂະນະດຽວກັນແຂ້ວນ້ຳນົມຍັງມີຈຳນວນຫຼາຍ ເພື່ອປະເມີນສະພາບຊ່ອງປາກຂອງເດັກນ້ອຍຢ່າງດກຸມຫຼາຍຂຶ້ນ ແພດໄດ້ສັ່ງຟິມພາໂນລາມາ ແລະ ຟິມອຽງກະໂຫຼກຫົວ ແຕ່ຜົນກວດສະແດງໃຫ້ເຫັນຄວາມຜິດຮ້າຍແຮງເພາະມີແຂ້ວຜິດປົກກະຕິຈຳນວນຫຼາຍເຊິ່ງປະກອບມີ: ແຂ້ວນ້ຳນົມ 18 ເຫຼັ້ມ, ແຂ້ວແທ້ 32 ເຫຼັ້ມ ແລະ ແຂ້ວພິເສດ 31 ເຫຼັ້ມ.
ຈາກພາບການສະແກນສະແດງໃຫ້ເຫັນຄວາມຜິດປົກກະຕິ ເຮັດໃຫ້ຍາກຕໍການແຍກແຍະລະຫວ່າງແຂ້ວປົກກະຕິ ແລະ ແຂ້ວພິິເສດ ທັງນີ້ແພດກ່າວວ່າ: ແຂ້ວສ່ວນເກີນເປັນຂໍ້ບົກພ່ອງທາງພັດທະນາການທີ່ຫາຍາກ ເຊິ່ງກໍລະນີນີ້ຈະເກີດຂຶ້ນໄດ້ຍາກໂດຍສະເພາະຜູ້ທີ່ບໍ່ມີໂຣກທາງພັນທຸກຳ ຫຼື ກຸ່ມອາການອື່ນໆ.
ສຳລັບການຈັດແຂ້ວຂອງເດັກນ້ອຍຄົນນີ້ເປັນຄວາມທ້າທາຍຂອງທາງຄລີນິກ ເນື່ອງຈາກມີຈຳນວນແຂ້ວທີ່ຕ້ອງໄດ້ຖອນຫຼາຍເກີນໄປ ລວມໄປເຖິງຮູບຮ່າງແຂ້ວທີ່ຜິດປົກກະຕິ ເພື່ອການຮັກສາທີ່ມີປະສິດທິິພາບຈຳເປັນຕ້ອງພັດທະນາເປົ້າໝາຍການຮັກສາຕາມການປະເມີນໂດຍລວມໂດຍທີມແພດວິຊາຊີບ.
ແຫຼ່ງຂ່າວ: SOHA