spot_img
Homeຂ່າວຕ່າງປະເທດຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

Published on

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171 ເຊິ່ງກຳລັງເດີນທາງຈາກອາເມດາບັດ ໄປຫາ ລອນດອນ ໄດ້ປະສົບອຸບັດຕິເຫດຕົກຫຼັງຈາກບິນຂຶ້ນພຽງບໍ່ເທົ່າໃດນາທີ ໃນວັນທີ 12 ມິຖຸນາ 2025 ຜ່ານມາ, ເຮັດໃຫ້ຜູ້ໂດຍສານ ແລະ ເຈົ້າໜ້າທີ່ສາຍການບິນ ມີຜູ້ເສຍຊີວິດຫຼາຍເຖິງ 242 ຄົນ ແລະ ມີຜູ້ລອດຊີວິດ 1 ຄົນ.

ເຈົ້າໜ້າທີ່ສອບສວນສາມາດດຶງຂໍ້ມູນຈາກກ່ອງດຳໄດ້ ເຊິ່ງມີຂໍ້ມູນການບິນ 49 ຊົ່ວໂມງ ແລະ ສຽງໃນຫ້ອງນັກບິນ 2 ຊົ່ວໂມງ ແລະ ລວມໄປເຖິງສຽງຂະນະເກີດເຫດການເຮືອບິນລຳດັ່ງກ່າວຕົກ, ຕາມການລາຍງານລະບຸວ່າ: ເຮືອບິນທີ່ກຳລັງອອກເດີນທາງມີຄວາມໄວເຖິງ 180 ນ໋ອດ ຫຼື ປະມານ 330 ກິໂລແມັດ/ຊົ່ວໂມງ ແລະ ໄດ້ມີການປ່ຽນ ສະວິດຄວບຄຸມນ້ຳມັນເຊື້ອໄຟຂອງເຄື່ອງຈັກເຮືອບິນ ທັງສອງຖືກປ່ຽນຈາກ RUN ເປັນ CUTOFF ໂດຍມີຊ່ວງເວລາຫ່າງກັນພຽງ 1 ວິນາທີ.

ໃນລາຍງານຍັງລະບຸອີກວ່າ: ໃນການບັນທຶກສຽງໃນຫ້ອງນັກບິນ ໄດ້ຍິນສຽງນັກບິນຄົນໜຶ່ງຖາມອີກຄົນວ່າ ເປັນຫຍັງຄືຕັດນ້ຳມັນ ແລ້ວນັກບິນອີກຄົນໜຶ່ງໄດ້ຕອບວ່າ: ບໍ່ໄດ້ຕັດ. ເຊິ່ງບໍ່ດົນຫຼັງຈາກນັ້ນ ສະວິດກໍຖືກສະລັບກັບໄປຕຳແໜ່ງທີ່ຄວນຢູ່ RUN ຈຶ່ງເຮັດໃຫ້ເຮືອບິນລຳດັ່ງກ່າວເສຍກຳລັງຢ່າງຮຸນແຮງຈຶ່ງເຮັດໃຫ້ຕົກໃນທີ່ສຸດ.

ທາງດ້ານຜູ້ຊ່ຽວຊານລະບຸວ່າ: ສະວິດຄວບຄຸມນ້ຳມັນເຊື້ອໄຟ ຢູ່ບໍລິເວນທາງຫຼັງຄັນເລັ່ງ ໂດຍຖືກອອກແບບມາເພື່ອປ້ອງກັນການຕັດນ້ຳມັນໂດຍບໍ່ໄດ້ຕັ້ງໃຈ ສ່ວນສະວິດຄວບຄຸມນ້ຳມັນເຊື້ອໄຟສາມາດໃຊ້ໄດ້ສະເພາະຕອນທີ່ເຮືອບິນທຳການລົງຈອດເປັນທີ່ຮຽບຮ້ອຍແລ້ວ.

ແຫຼ່ງຂ່າວ: ຂ່າວສົດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...