spot_img
Homeຂ່າວຕ່າງປະເທດຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

Published on

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40%

ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ: ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ກ່າວເມື່ອວັນພຸດ ທີ 2 ກໍລະກົດ 2025 ຜ່ານມາວ່າ ສະຫະລັດຈະເກັບພາສີສິນຄ້ານຳເຂົ້າ ຫລຸດລົງຈາກ 46% ເຫລືອ 20% ແຕ່ສິນຄ້າຈາກສະຫະລັດສົ່ງໄປ 0%.

ພາຍຫຼັງສະຫະລັດປະກາດເມື່ອເດືອນ ເມສາ 2025 ຜ່ານມາວ່າ: ຈະຂຶ້ນພາສີສິນຄ້ານຳເຂົ້າຂອງຫວຽດນາມສູງເຖິງ 46% ເຊິ່ງກຳນົດເກົ່າຈະມີຜົນບັງຄັບໃຊ້ໃນອາທິດໜ້າ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ກ່າວຜ່ານສື່ສັງຄົມອອນລາຍ ວ່າ: ເປັນກຽດຢ່າງຍິ່ງທີ່ໄດ້ເຮັດຂໍ້ຕົກລົງກັບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຫຼັງໄດ້ເຈລະເຈກັບ ທ່ານ ໂຕ ເລິມ ເລຂາທິການໃຫຍ່ພັກຄອມມູນນິດແຫ່ງຫວຽດນາມ.

ຕາມຂໍ້ຕົກລົງດັ່ງກ່າວສິນຄ້າທີ່ນຳເຂົ້າຈາກຫວຽດນາມຈະຕ້ອງປະເຊິນກຳແພງພາສີ 20% ສ່ວນສິນຄ້າຈາກປະເທດທີ 3 ທີ່ສົ່ງຜ່ານຫວຽດນາມເຂົ້າສູ່ສະຫະລັດ ຈະຕ້ອງປະເຊີນກຳແພງພາສີສິນຄ້ານຳເຂົ້າ 40% ນອກຈາກນັ້ນຫວຽດນາມຍັງໃຫ້ສະຫະລັດເຂົ້າເຖິງຕະຫຼາດຫຼາຍຂຶ້ນ ໂດຍສະຫະລັດຈະສົ່ງອອກສິນຄ້າເຂົ້າສູ່ຫວຽດນາມໂດຍບໍ່ຕ້ອງປະເຊີນກັບພາສີນຳເຂົ້າສິນຄ້າ.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...