spot_img
Homeກອງປະຊຸມສະໄໝສາມັນທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

Published on

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ

ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຊີ້ແຈງຕໍ່ຄຳສັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການແກ້ໄຂຜົນກະທົບຈາກໂຄງການລົດໄຟລາວ-ຈີນ ໂດຍໄດ້ສຸມໃສ່ແກ້ໄຂບັນຫາວຽກທີ່ຍັງຄົງຄ້າງຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີ 66 ໜ້າວຽກ ແກ້ໄຂສໍາເລັດແລ້ວ 50 ໜ້າວຽກ ແລະ ຍັງບໍ່ທັນສໍາເລັດ 16 ໜ້າວຽກ ແລະ ຕ້ອງໄດ້ສືບຕໍ່ແກ້ໄຂໃນນັ້ນພາກສ່ວນກ່ຽວຂ້ອງລັດເປັນເຈົ້າການ 3 ວຽກ ແລະ ບໍລິສັດທາງລົດໄຟ ລາວ-ຈີນ ເປັນເຈົ້າການ 13 ວຽກ ໃນນີ້ບັນຫາການຊົດເຊີຍເວນຄືນທີ່ດິນປະຊາຊົນຈຳນວນໜຶ່ງທີ່ບໍ່ຍອມຮັບເອົາຄ່າຊົດເຊີຍຢູ່ແຂວງ (ແຂວງຫຼວງນໍ້າທາ ອຸດົມໄຊ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ) ລວມມີ 307 ຕອນດິນ ໃນນີ້ ຢູ່ນະຄອນຫຼວງວຽງຈັນ 279 ຕອນດິນສາເຫດແມ່ນບາງຄອບຄົວບໍ່ຍອມຮັບລາຄາຫົວໜ່ວຍການຊົດເຊີຍ ຫຼື ບໍ່ມາພົວພັນຮ່ວມ ເຮັດວຽກໃນການປະກອບເອກະສານໃນການຮັບເອົາເງິນຄາຊົດເຊີຍ ແລະ ບາງຕອນດິນບໍ່ສາມາດຕິດຕໍ່ ພົວພັນເຈົ້າຂອງດິນໄດ້.

ການແກ້ໄຂບັນຫາຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຕໍ່ເສັ້ນທາງຫຼວງແຫ່ງຊາດ ທາງຫຼວງແຂວງ ທາງຫຼວງທ້ອງຖິ່ນ ທາງເຂົ້າສູ່ການຜະລິດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຕາມແລວທາງລົດໄຟໄລຍະຜ່ານມາແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການແກ້ໄຂບັນຫາດັ່ງກ່າວຫຼາຍຄັ້ງແຕ່ຍັງບໍ່ທັນສໍາເລັດ ຕໍ່ກັບການແກ້ໄຂບັນຫາດັ່ງກ່າວໃຫ້ສຳເລັດກະຊວງ ຍທຂ ໄດ້ແຕ່ງຕັ້ງຄະນະແກ້ໄຂຂໍ້ຄົງຄ້າງ 5 ຝ່າຍ ໂດຍມີກະຊວງ ຍທຂ ສະຖານທູດ ສປ ຈີນ ປະຈໍາລາວ ຄະນະກຳມະການຮ່ວມມື ລາວ-ຈີນ ອົງການກວດກາແຫ່ງລັດ ແລະ ບໍລິສັດທາງລົດໄຟລາວ-ຈີນ ສັງລວມແລ້ວມີ 122 ບັນຫາສາມາດແກ້ໄຂໄດ້ແລ້ວ 70 ບັນຫາ ຍັງ 52 ບັນຫາບໍ່ໄດ້ຮັບການແກ້ໄຂ ຊຶ່ງບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂນີ້ພາກລັດທີ່ກ່ຽວຂ້ອງ ແລະ ບໍລິສັດທາງລົດໄຟລາວ-ຈີນຈະຕ້ອງໄດ້ສົມທົບກັນແກ້ໄຂ.

ສາເຫດທີ່ຍັງຄົງຄ້າງຍ້ອນຕິດພັນກັບຫຼາຍພາກສ່ວນທັງສູນກາງ ແລະ ທ້ອງຖິ່ນຈຶ່ງພາໃຫ້ມີຄວາມຫຼ້າຊ້າ ຍ້ອນການອອກແບບ ການກໍ່ສ້າງທາງລອດທາງລົດໄຟ ທາງລົດໄຟຕັດກັບທາງຫຼວງແຫ່ງຊາດ ທາງຫຼວງທ້ອງຖິ່ນ ທາງເວັ້ນ ທາງໄປສູ່ເຂດການຜະລິດຂອງປະຊາຊົນ ຮ່ອງລະບາຍນໍ້າມີຫຼາຍບ່ອນບໍ່ໄດ້ຕາມມາດຖານເຕັກນິກ ແລະ ບໍ່ຖືກກັບສະພາບແວດລ້ອມຕົວຈິງຍາມຝົນຕົກເກີດມີສະພາບນໍ້າຖ້ວມ ນໍ້າອັ່ງເຮັດໃຫ້ການໄປມາຂອງພາຫະນະ ແລະ ປະຊາຊົນພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນຈໍານວນໜຶ່ງ ບໍ່ຍອມຮັບເອົາລາຄາຫົວໜ່ວຍຊົດເຊີຍ ຫຼື ບໍ່ສາມາດພົວພັນກັບເຈົ້າຂອງຕອນດິນທີ່ຖືກຜົນກະທົບໄດ້ຈຶ່ງເຮັດໃຫ້ການຊົດເຊີຍບໍ່ທັນສຳເລັດ ຍ້ອນບໍລິສັດຜູ້ຮັບເໝົາກໍ່ສ້າງບໍ່ເປັນເຈົ້າການແກ້ໄຂຢ່າງຈິງຈັງໃນການແກ້ໄຂແຕ່ຫົວທີຈຶ່ງເຮັດໃຫ້ບັນຫາບໍ່ໄດ້ຮັບການແກ້ໄຂຜົນກະທົບແກ່ຍາວ ແລະ ບໍ່ສໍາເລັດຕາມແຜນການ.

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...