spot_img
Homeຂ່າວການຊ່ວຍເຫຼືອມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

ມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

Published on

ຂໍຂອບໃຈຫຼາຍໆ! ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ ມູນຄ່າ 10,2 ລ້ານຢວນ.

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ ວັກຊິນປ້ອງກັນພະຍາດປອດອັກເສບ) ຈາກສະມາຄົມພັດທະນາເສດຖະກິດອາຊີຈີນ ແລະ ບໍລິສັດລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນຈໍາກັດ ມູນຄ່າ 10,2 ລ້ານຢວນ (ສະກູນເງິນຈີນ) ໃຫ້ແກ່ກະຊວງສາທາລະນະສຸກ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ, ລວມທັງ ນະໂຍບາຍສົ່ງເສີມການລົງທຶນ, ວຽກງານຈຸດສຸມ ແລະ ເຫດການສຳຄັນ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໃນປີ 2025; ໄດ້ສະເໜີສະມາຄົມເສດຖະກິດອາຊີຈີນ ລະດົມນັກລົງທຶນ ສປຈີນ ມາລົງທຶນ ຢູ່ ສປປ ລາວ ເພີ່ມຂຶ້ນ ໂດຍສະເພາະ ຂົງເຂດທີ່ມີທ່າແຮງ ເປັນຕົ້ນ ອຸດສາຫະກຳປຸງແຕ່ງແຮ່ທາດ, ປຸງແຕ່ງກະສິກຳ, ການບໍລິການ ແລະ ອື່ນໆ.

ໃນຕອນທ້າຍ ກໍໄດ້ມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຢ່າງເປັນທາງການ ຊຶ່ງກ່າວມອບໂດຍທ່ານ ຊວນຊຸນຈີ້ (Quan Shunji) ປະທານ ສະມາຄົມພັດທະນາເສດຖະກິດອາຊີຈີນ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...