spot_img
Homeຂ່າວພາຍ​ໃນສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

Published on

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ.

ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ 2 ຝ່າຍ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ(ຟຟລ) ກັບ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ເພື່ອສຶກສາຮ່ວມມືການຈັດລະບຽບສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0,4 ກິໂລໂວນ ທີ່ຢູ່ເສົາໄຟຟ້າລົງໃຕ້ດິນ.

ພິທີລົງນາມການຮ່ວມມືໃນຄັ້ງນີ້ຖືເປັນບາດກ້າວທີ່ສໍາຄັນ ເພື່ອສຶກສາຄວາມເປັນໄປໄດ້ໃນການຈັດສັນຄວາມເປັນລະບຽບຂອງບັນດາສາຍໂທລະຄົມທີ່ເກາະຫ້ອຍຕາມເສົາໄຟຟ້າໃນຂອບເຂດທົ່ວປະເທດ ເຊິ່ງໃນປັດຈຸບັນ ບໍລິສັດ ສີສັນ ຮ່ວມມືພັດທະນາ ສາກົນ ຈໍາກັດຜູ້ດຽວແມ່ນມີບົດບັນທຶກຄວາມເຂົ້າໃຈ ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການດໍາເນີນການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສາຍສື່ສານໂທລະຄົມລົງໃຕ້ດິນ ທີ່ເປັນສາຍເກາະຫ້ອຍຢູ່ເສົາໄຟຟ້າຂອງ ຟຟລ.

ປະຈຸບັນພາຍຫຼັງການລົງນາມສໍາເລັດ ຟຟລ ແລະ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ຈະໄດ້ພ້ອມກັນຄົ້ນຄ້ວາ ສຶກສາ ທາງດ້ານເຕັກນິກຮ່ວມກັນເພື່ອນໍາເອົາສາຍໂທລະຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0,4 ກິໂລໂວນ ທີ່ເກາະຫ້ອຍຢູ່ເສົາໄຟຟ້າລົງໃຕ້ດິນ.

ໂຄງການຈະໄດ້ແບ່ງວຽກອອກເປັນ 3 ໄລຍະ ຄື:
– ໄລຍະທີ 1 ມີຂອບເຂດຈັດຕັ້ງປະຕິບັດເລີ່ມຈາກ 3 ແຍກສີໄຄ-ຫໍຄໍາ-ປະຕູໄຊ – ຫໍປະຊຸມແຫ່ງຊາດຫຼັກ 6 ລວມໄລຍະທາງ 12 ກິໂລແມັດ.
– ໄລຍະທີ 2: ແມ່ນເນັ້ນໃສ່ 4 ເມືອງຫຼັກໃນນະຄອນຫຼວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ເຊິ່ງທາງໂຄງການຈະເຮັດເປັນ 2 ແບບ ຄື: ເອົາບັນດາສາຍສົ່ງໂທລະຄົມລົງໃຕ້ດິນ ແລະ ຕິດຕັ້ງຄອນສາຍໃໝ່.
– ໄລຍະທີ 3: ແມ່ນໄດ້ເນັ້ນໃສ່ຕົວເມືອງຫຼັກຂອງແຕ່ລະແຂວງ ແລະ ການເຊື່ອມຕໍ່ ບັນດາແຂວງ ຫາ ແຂວງ ເປັນຫຼັກ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...