Homeຂ່າວພາຍ​ໃນພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

Published on

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ.

ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​ ພິທີຈັດຂຶ້ນຢູ່ບໍລິເວນເດີ່ນດ້ານໜ້າກໍພິພິທະພັນດັ່ງກ່າວ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາພັກແຂວງ​ ເຈົ້າແຂວງຈຳປາສັກ,​ ທ່ານ ຫງວຽນ ຕວັນ ແຄງ ກຳມະການຄະນະປະຈໍາພັກແຂວງ ຮອງປະທານ​ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ສສ ຫວຽດນາມ, ທ່ານ ນາງ​ ຕ້າ ເຟືອງ ຢູງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ​ ປະຈຳ​ 4​ ແຂວງພາກໃຕ້​ ທີ່ນະຄອນປາກເຊ.​ ມີການນຳແຂວງ, ການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນຳ ແລະ ພະນັກງານ – ລັດຖະກອນພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈຳປາສັກ ພ້ອມດ້ວຍຄະນະຜູ້ແທນແຂວງບິ່ງດິ້ງ ແລະ ບໍລິສັດຮັບເໝົາກໍ່ສ້າງສ້ອມແປງ​ເຂົ້າຮ່ວມ.

ໂອກາດກ່າວມອບ,​ ທ່ານ ຫງວຽນ ຕວັນ ແຄງ ກຳມະການຄະນະປະຈໍາພັກແຂວງ ຮອງປະທານ​ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງບິ່ງດິ້ງ​ ມີຄໍາເຫັນວ່າ: ວ່າ: ການຊ່ວຍເຫຼືອກໍ່ສ້າງ, ປັບປຸງ ສ້ອມແປງ ອາຄານຫໍພິພິທະພັນ​ ແກ່ແຂວງຈຳປາສັກ ຄັ້ງນີ້ ເປັນການຊ່ວຍເຫຼືອທີ່ມີຄວາມໝາຍສຳຄັນ​ ເພື່ອຊ່ວຍໃນການຍົກລະດັບປັບປຸງວຽກງານຫໍພິພິທະພັນຂອງແຂວງ ໃຫ້ມີໃບໜ້າໃໝ່,​ ກາຍເປັນບ່ອນສຶກສາຄົ້ນຄວ້າ ແລະ ເປັນສູນການຮຽນຮູ້ດ້ານປະຫວັດສາດ, ວັດທະນະທຳ​ ລວມທັງການພົວພັນຮ່ວມມື​ ລະຫວ່າງ​ ແຂວງຈໍາປາສັກ​-ແຂວງບິ່ງດິ້ງ ແລະ ອື່ນໆ.​

ໂອກາດກ່າວຮັບ,​ ທ່ານອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາພັກແຂວງ​ ເຈົ້າແຂວງຈຳປາສັກ​ ກໍມີ​ຄຳເຫັນວ່າ: ອາຄານຫໍພິພິທະພັນ​ ທີ່ແຂວງບິ່ງດິ້ງໃຫ້ການຊ່ວຍເຫຼືອດ້ານທຶນຮອນໃນການກໍ່ສ້າງ, ປັບປຸງ ສ້ອມແປງ​ ຈະກາຍເປັນສະຖານທີ່ທ່ອງທ່ຽວໜຶ່ງຂອງແຂວງຈຳປາສັກ ໃນການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ.​ເພື່ອສືບຕໍ່ປັບປຸງອາຄານຫ້ອງການ, ຫໍສະໝຸດ ແລະ ພື້ນທີ່ ໃຫ້ມີຄວາມສົມບູນແບບທາງດ້ານພື້ນຖານວັດຖຸ, ອຸປະກອນ ແລະ ມີປະສິດທິພາບ ແຂວງຈຳປາສັກຍັງມີຄວາມຈຳເປັນທີ່ຕ້ອງການທຶນໃນການປັບປຸງ-​ສ້ອມແປງໂຄງການດັ່ງກ່າວເປັນຕົ້ນແມ່ນບັນດາໜ້າວຽກທີ່ຈະເກີດຂຶ້ນໃໝ່​ ຄື: ວຽກປັບປຸງຫໍສະໝຸດ, ອາຄານເຮັດວຽກ, ກໍ່ສ້າງບ່ອນຈອດລົດ, ປ້ອມຍາມ, ປັບປຸງເດີ່ນ, ທາງເບຕົງ, ໝໍ້ແປງໄຟ ແລະ ອຸປະກອນອື່ນໆ.​ ແຕ່ແນວໃດກໍຕາມ, ໃນນາມຕາງໜ້າໃຫ້ຄະນະພັກ-​ອົງການປົກຄອງແຂວງຈຳປາສັກ​ ຂໍສະແດງຄວາມຂອບໃຈເປັນຢ່າງສູງ​ ຕໍ່ການນຳແຂວງບິ່ງດິ້ງ​ ແລະ​ ການນຳແຂວງຈຳປາສັກ,​ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ​ ປະຈຳ​ 4​ ແຂວງພາກໃຕ້ ທີ່ນະຄອນປາກເຊ,​ ບໍລິສັດ ຈິດຈະເລີນ ກໍ່ສ້າງ ຈຳກັດ,​ ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ​ ທີ່ໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆຈົນເຮັດໃຫ້ໂຄງການດັ່ງກ່າວມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...