spot_img
Homeຂ່າວພາຍ​ໃນເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

Published on

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025 ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ໃນນີ້, ນັກທ່ອງທ່ຽວພາຍໃນ 416.232 ເທື່ອຄົນ, ນັກທ່ອງທ່ຽວຕ່າງປະເທດ 485.825 ເທື່ອຄົນ, ຈຸດທ່ອງທ່ຽວທີ່ເດັ່ນປະກອບມີອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ວັງວຽງ ແລະ ເມືອງເຟືອງສາມາດສ້າງລາຍຮັບທົ່ວສັງຄົມ ສະເລ່ຍ 754 ຕື້ກວ່າກີບ, ສິ່ງທີ່ໂດດເດັ່ນ ແລະ ນິຍົມຂອງນັກທ່ອງທ່ຽວແມ່ນກິດຈະກຳລອງເຮືອຕາມລຳແມ່ນ້ຳຊອງ, ຂີ່ສະລິງ, ບອນລູນ, ພາລາມໍເຕີ ທີ່ເມືອງວັງວຽງ, ເຮືອນແພນ້ຳລີກ ເມືອງເຟືອງ ແລະ ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ.

ປັດຈຸບັນ ທົ່ວແຂວງວຽງຈັນ ມີຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໄດ້ຮັບການອອກອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ 1.053 ຫົວໜ່ວຍ ປະກອບມີ: ໂຮງແຮມ 61 ແຫ່ງ ມີ 2.129 ຫ້ອງ, ຣີສອດ 37 ແຫ່ງ ມີ 1.206 ຫ້ອງ, ເຮືອນພັກ 327 ແຫ່ງ ມີ 4.838 ຫ້ອງ, ຮ້ານອາຫານ, ຮ້ານກິນດື່ມ ບັນເທີງ 369 ຮ້ານ, ບໍລິສັດທ່ອງທ່ຽວ 39 ບໍລິສັດ ແລະ 3 ສາຂາ, ໜ່ວຍບໍລິການທ່ອງທ່ຽວ 71 ໜ່ວຍ, ແຫລ່ງທ່ອງທ່ຽວ 238 ແຫ່ງ, ເປີດບໍລິການແລ້ວ 62 ແຫ່ງ.

ພ້ອມນີ້, ຍັງໄດ້ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການທ່ອງທ່ຽວຂອງພາກທຸລະກິດພາຍໃນແຂວງ ເຊິ່ງສາມາດຍາດໄດ້ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2024 ຈຳນວນ 6 ລາງວັນ, ຮັບຮອງເປັນໂຮງແຮມລະດັບ 5 ດາວ 1 ແຫ່ງ, 4 ດາວ 2 ແຫ່ງ ແລະ ຖືກຮັບຮອງຕາມມາດຕະຖານລາວເຊັບ 14 ຫົວໜ່ວຍ. ສຳລັບປີ 2025 ແຂວງວຽງຈັນ ໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງ ບໍ່ໃຫ້ຫລຸດ 2 ລ້ານກວ່າຄົນ ແລະ ຄາດວ່າຈະສ້າງລາຍຮັບທົ່ວສັງຄົມບໍ່ຫລຸດ 1.820 ຕື້ກວ່າກີບ.

ສະເພາະປີ 2024 ທີ່ຜ່ານມາ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ ທັງໝົດ 1.900.119 ເທື່ອຄົນ ຍິງ 865.533 ຄົນ ໃນນັ້ນ, ນັກທ່ອງທ່ຽວພາຍໃນ 1.259.780 ເທື່ອຄົນ, ສາມາດສ້າງລາຍຮັບທົ່ວສັງຄົມໄດ້ 1.372 ຕື້ກວ່າກີບ.

ແຫຼ່ງຂ່າວ: ແຂວງວຽງຈັນໂພສ໌

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...