spot_img
Homeຂ່າວຕ່າງປະເທດອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

Published on

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ.

ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ ຂັບຂີ່ລົດຈັກຮັບຈ້າງສົ່ງຜູ້ໂດຍສານ ຈຶ່ງໄດ້ທຳການລົງພຶ້ນທີ່ເພື່ອເຂົ້າກວດສອບ.

ຫຼັງຈາກການເຂົ້າກວດສອບຊາຍໜຸ່ມຄົນດັ່ງກ່າວເຈົ້າໜ້າທີ່ຈຶ່ງໄດ້ຮູ້ວ່າ: ຊື່ ທ້າວ ເລັກໄຫຼ ອາຍຸ 32 ປີ ເປັນຄົນສັນຊາດລາວ ໄດ້ທຳການປະກອບອາຊີບສະຫງວນຂອງຄົນໄທ ຕາມປະກາດກະຊວງແຮງງານເລື່ອງ ກຳນົດວຽກທີ່ຫ້າມແຮງງານຕ່າງດ້າວເຮັດ ລົງເມື່ອວັນທີ 21 ເມສາ 2020 ບັນຊີທີ 1 ວຽກທີ່ຫ້າມແຮງງານຕ່າງດ້າວເຮັດໂດຍເດັດຂາດໄດ້ແກ່: ຂັບຂີ່ລົດຈັກເພື່ອການຂົນສົ່ງ ແລະ ຮັບຜູ້ໂດຍສານສາທາລະນະ.

ຈາກການສອບສວນ ທ້າວ ເລັກໄຫຼ ໃຫ້ການຮັບສາລະພາບວ່າ: ໄດ້ມາເຮັດວຽກຂັບລົດຈັກຮັບຈ້າງໄດ້ 3 ມື້, ໄດ້ມື້ລະ 300 ບາດ ຫຼື ປະມານເກືອບ 2 ແສນກີບ/ມື້ ໂດຍການເຊົ່າເສື້ອຮັບຈ້າງຂັບລົດ ຈາກຄົນໄທທີ່ຮູ້ຈັກ ເດືອນລະ 1,800 ບາດ ຫຼື ປະມານ 1,152,000 ກີບ  ແລະ ເຊົ່າລົດຈັກຈາກຄົນໄທ ເດືອນລະ 3,800 ບາດ ຫຼຶປະມານ 2,432,000 ກີບ ເບື້ອງຕົ້ນທາງເຈົ້າໜ້າທີ່ແຈ້ງຂໍ້ຫາເປັນແຮງງານຕ່າງດ້າວເຮັດວຽກນອກເໜືອຈາກສິດທີ່ຈະເຮັດໄດ້ ກ່ອນຄຸມຕົວສົ່ງ ພະນັກງານສອບສວນ ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.

ແຫຼ່ງຂ່າວ: Matichon

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...