spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳເດືອນມີນາ 2025 ພ້ອມປຶກສາຫາລືຫຼາຍຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳເດືອນມີນາ 2025 ພ້ອມປຶກສາຫາລືຫຼາຍຫົວຂໍ້ສຳຄັນ

Published on

ໄຂກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳເດືອນມີນາ 2025 ຢ່າງເປັນທາງການ

ກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳເດືອນມີນາ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 24 ມີນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນເມສາ 2025.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ເປັນຕົ້ນ ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກງານພົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ,ການແກ້ໄຂບັນຫາໜີ້ສິນ ແລະ ການຜະລິດສິນຄ້າ; ຕີລາຄາການຈັດຕັ້ງປະຕິ ບັດ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ2024 ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2024 ແລະ ທິດທາງແຜນ ການ ປີ 2025 ແລະ ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ປະຈຳໄຕມາດ 1 ປີ 2025 ແລະ ຕີລາຄາປະຈໍາໄຕມາດ 1 ປີ 2025 ກ່ຽວກັບບັນຫາທີ່ຕິດພັນຂົງເຂດວຽກງານປ້ອງກັນຄວາມສະຫງົບ.

ຮ່າງຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026-2040; ຮ່າງ ຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040; ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍປ້າຍ; ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບປັບ ປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍ ສາມັນສຶກສາ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ ໂດຍສະ ເພາະບັນຫາຂໍ້ຂັດແຍ້ງຕ່າງໆ ຍັງສືບຕໍ່ເຄັ່ງຕຶງ, ບັນຫາໄພທຳມະຊາດ, ພະຍາດລະບາດ ແລະ ອື່ນໆ ຍັງສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກ, ທັງເປັນໄພຄຸກຄາມ ແລະ ສ້າງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫລາຍປະເທດ ໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ບັນດາຂະແໜງການກ່ຽວຂ້ອງ ກໍຄື ໃນທົ່ວສັງຄົມ ຈະຕ້ອງໄດ້ພ້ອມກັນສືບຕໍ່ສຸມໃສ່ແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

ແຫຼ່ງຂ່າວ: ສຫນຍ

ບົດຄວາມຫຼ້າສຸດ

ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ “Seed Store”

ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ "Seed Store" ມຸ່ງໜ້າຂະຫຍາຍ 300 ສາຂາທົ່ວອາຊຽນ ພ້ອມເປົ້າໝາຍຖືສ່ວນແບ່ງຕະຫຼາດ 70%...

ແຈ້ງການໃຫ້ລະວັງຕົວ ຂອງກຸ່ມຄົນບໍ່ດີ ທີ່ຕົວະຍົວະຫຼອກລວງຜ່ານທາງສື່ສັງຄົມອອນລາຍ

ແຈ້ງການໃຫ້ລະວັງຕົວ ຂອງກຸ່ມຄົນບໍ່ດີ ທີ່ຕົວະຍົວະຫຼອກລວງຜ່ານທາງສື່ສັງຄົມອອນລາຍ ໃຫ້ສະຫນອງຂໍ້ມູນສ່ວນຕົວ ເພື່ອສໍ້ໂກງເອົາເງິນໃນບັນຊີ ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເຖິງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ ລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດຜູ້...

ລາວ-ກຳປູເຈຍ ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ ໃນປີ 2025

ລາວ-ກຳປູເຈຍ ສືບຕໍ່ຮັດແໜ້ນການຮ່ວມມືດ້ານຄວາມສະຫງົບ ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ...

ຈັບກຸມໜຸ່ມໄທ 2 ຄົນ ທີ່ເຊື່ອງຢາເສບຕິດໄວ້ທີ່ລົດກະບະປ້າຍລາວ ກຽມຂ້າມໄປຝັ່ງໄທ ກ່ອນຈະຖືກຈັບ

ຈັບກຸມໜຸ່ມໄທ 2 ຄົນ ທີ່ເຊື່ອງຢາເສບຕິດໄວ້ທີ່ລົດກະບະປ້າຍລາວ ພວມນຳຂ້າມໄປໄທທີ່ດ່ານໜອງຄາຍ! ມີຢາໄອ 120 ກິໂລກຣາມ, ມູນຄ່າ 36ລ້ານບາດ (ເກືອບ 23 ຕື້ກີບ) ເພື່ອຂ້າມໄປຝັ່ງໄທ. ໃນວັນທີ...