spot_img
Homeຂ່າວພາຍ​ໃນສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນະຄອນຫຼວງວຽງຈັນ

ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນະຄອນຫຼວງວຽງຈັນ

Published on

ກິດຈະກຳ ສື່ມວນຊົນສັນຈອນໃນຂະແໜງການຮ່ວມມືດ້ານເສດຖະກິດ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.

ໃນວັນທີ 19 ມີນາ 2025 ນີ້, ສະຖານທູດຍີ່ປຸ່ນ ຈັດກິດຈະກຳ ສື່ມວນຊົນສັນຈອນໃນຂະແໜງການຮ່ວມມືດ້ານເສດຖະກິດ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

ກິດຈະກຳດັ່ງກ່າວ ສື່ມ່ວນຊົນລາວ ໄດ້ໄປຢ້ຽມຢາມບັນດາໂຄງການທີ່ລັດຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ເປັນຕົ້ນ ໂຄງການນ້ຳປະປາ ຢູ່ສູນບຳບັດນ້ຳຈີ່ນາຍໂມ້, ສະມາຄົມແມ່ຍິງພິການ, ໂຮງໝໍເສດຖາທິລາດ, ສະຖາບັນລາວ-ຍີ່ປຸ່ນ ແລະ ຢ້ຽມຢາມ ມໍເບີລີ້-ເມແບ້ງ ແກລໍລີ້(ຫ້ອງວາງສະແດງ-ຂາຍຜະລິດຕະພັນລາວ ບ້ານໂພນຕ້ອງ ເມືອງຈັນທະບູລີ) ເຊິ່ງເປັນໂຄງການທີ່ຈັດຕັ້ງປະຕິບັດຢູ່ນະຄອນຫລວງວຽງຈັນ ແລະ ແຕ່ລະໂຄງການຈະມີຊ່ຽວຊານ ແລະ ອາສາສະໝັກ ຂອງອົງການຮ່ວມມືສາກົນລາວຢີ່ປຸ່ນ ມາປະຈຳການຢູ່ແຕ່ລະຫ້ອງການ.

ທ່ານ ທາຊາກະ ທາຄຸໂຣ ອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ໃຫ້ຮູ້ວ່າ: ການຮ່ວມມືດ້ານເສດຖະກິດກັບປະເທດລາວ ໄດ້ເລີ່ມຂຶ້ນໃນປີ 1969 ແລະ ມີການຊ່ວຍເຫຼືອຫຼາຍຮູບແບບ ໂດຍສະເພາະໂຄງການການກໍ່ສ້າງເຂື່ອນນ້ຳງື່ມ1, ຂົວມິດຕະພາບລາວ-ໄທ ແຫ່ງທີ2 ລະຫວ່າງແຂວງສະຫວັນນະເຂດ ຫາ ມຸກດາຫານ, ການສ້ອມແປງເສັ້ນທາງເລກທີ9 ທີ່ເລີ່ມຈາກຂົວດັ່ງກ່າວ ເຊິ່ງເສັ້ນທາງເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ໄທ ເຊິ່ງນອນຢູ່ໃນແລວເສດຖະກິດຕາເວັນອອກ-ຕົກທີ່ສຳຄັນ ຈະເຊື່ອມຕໍ່ໄປເຖິງ ມຽນມາ, ການກໍ່ສ້າງຂົວປາກເຊ, ປັບປຸງອາຄານຜູ້ໂດຍສານ ສະໜາມບິນວັດໄຕ. ພ້ອມນີ້, ຍັງມີການຊ່ວຍເຫຼືອດ້ານການເກັບກູ້ລະເບີດບໍ່ທັນແຕກ ທີ່ນອນຢູ່ໃນເປົ້າໝາຍທີ 18 ຂອງການພັດທະນາທີ່ຍືນຍົງຂອງປະເທດລາວ, ການຮ່ວມມືດ້ານໄຟຟ້າ, ຄົມມະນາຄົມຕ່າງໆ ແລະ ລວມເຖິງການຊ່ວຍເຫຼືອທີ່ອີງຕາມຄວາມຕ້ອງການອື່ນໆຂອງປະເທດລາວເຊັ່ນ : ການສະໜັບສະໜູນດ້ານການເຊື່ອມຈອດ ເພື່ອຊຸກຍູ້ແນວທາງໃນການຫັນປ່ຽນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດປະເທດອ້ອມຂ້າງ ຂອງ ສປປ ລາວ.

ໃນນັ້ນ, ການຊ່ວຍເຫຼືອຈາກປະເທດຍີ່ປຸ່ນ ມີລັກສະນະສະເພາະຄື: ເນັ້ນໜັກໃນວຽກງານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະປະເທດຍີ່ປຸ່ນ ແມ່ນມີການສົ່ງຊ່ຽວຊານ ແລະ ອາສາສະໝັກໄຈກາ ມາປະຈຳການຢູ່ຫ້ອງການ-ອົງການຕ່າງໆຂອງລັດຖະບານລາວ ເປັນໄລຍະຍາວນານ 1–2 ປີ, ພ້ອມທັງຮຽນພາສາລາວ, ໃຊ້ຊີວິດຮ່ວມກັນ, ປະຕິບັດເນື້ອໃນໂຄງການ ແລະ ຖ່າຍທອດເຕັກນິກຄວາມຮູ້ຕ່າງໆໃຫ້ກັບຄົນລາວ ແມ່ນຈຸດພິເສດຫຼັກຂອງການຊ່ວຍເຫຼືອ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...