spot_img
Homeຂ່າວພາຍ​ໃນການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

Published on

ອົດໃຈລໍຖ້າ! ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

ມາຮອດປັດຈຸບັນການຂະຫຍາຍບ່າທາງຈຸດປະຕູໄຊ ຫາ 3 ແຍກຄໍາຮຸ່ງໜ້າມະຫາວິທະຍາໄລແຫ່ງຊາດຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ສ່ວນລະບົບໄຟອໍານາດທີ່ໃຊ້ການບໍ່ໄດ້ ຍ້ອນຜູ້ຮັບເໝົາກໍ່ສ້າງຂະຫຍາຍເສັ້ນທາງສອງຟາກທາງ ສົ່ງຜົນກະທົບກັບສາຍໄຟເຍືອງທາງ ຊຶ່ງພາກສ່ວນກ່ຽວຂ້ອງໄດ້ເລັ່ງແກ້ໄຂໃຫ້ສາມາດນໍາໃຊ້ເປັນປົກກະຕິແລ້ວ.

ທ່ານ ຄໍາແສນ ສີວົງໄຊ ຜູ້ຈັດການໂຄງການກໍ່ສ້າງທາງລົດເມດ່ວນ BRT ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 12 ມີນານີ້ວ່າ: ການຂະຫຍາຍບ່າທາງຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແຕ່ປະຕູໄຊຫາວົງວຽນ 450 ປີ, ໄລຍະທີ 2 ແຕ່ວົງວຽນ 450 ປີຫາໄຟແດງດົງໂດກ ໃນຈຸດດັ່ງກ່າວສາມາດຂະຫຍາຍບ່າທາງສຳເລັດ ແລະ ໂຄງສ້າງ BRT ຖືວ່າມີຈຸດຂຶ້ນ-ລົງຂອງສະຖານີຢູ່ທາງກາງທັງໝົດ 19 ຈຸດ, ກໍ່ສ້າງຮາກຖານສຳເລັດ 15 ຈຸດ ຍັງເຫຼືອ 4 ຈຸດ, ສ່ວນໂຄງສ້າງດ້ານເທິງໄດ້ຕິດຕັ້ງຢູ່ 7 ສະຖານີ, ມີ 1 ສະຖານີໄດ້ສຳເລັດການກໍ່ສ້າງ 100%, ສຳລັບການຂະຫຍາຍບ່າທາງແມ່ນ 50 ຊັງຕີແມັດ ຫາ 3 ແມັດ, ຖ້າຈຸດທີ່ສະຖານີເຮົາຈະເປີດກວ້າງອອກຈຸດນັ້ນເຮົາຈະມີການຂະຫຍາຍບ່າທາງອອກ 3 ແມັດ, ຈຸດທີ່ມີເລນຕອນກາງກວ້າງເຂດນັ້ນເຮົາຈະຫຍາຍ 50 ຊັງຕີແມັດ ຫາ 1 ແມັດ ສຳລັບທາງຍ່າງຍັງມີຄືເກົ່າຢ່າງໜ້ອຍ 1-1,5 ແມັດ ແລະ ໄລຍະທີ 3 ແຕ່ໂພນພະເນົາຫາ 3 ແຍກຄໍາຮຸ່ງ ມະຫາວິທະຍາໄລແຫ່ງຊາດ ຊຶ່ງປັດຈຸບັນໄດ້ສືບຕໍ່ຈັດຕັ້ງປະຕິບັດໃນໄລຍະທີ 3 ສໍາເລັດຫຼາຍກວ່າ 58% ຄວາມຍາວ 9 ກິໂລແມັດກວ່າ ຄາດວ່າຈະໃຫ້ສໍາເລັດພາຍໃນເດືອນກໍລະກົດປີນີ້ ເພື່ອຮັບປະກັນໃຫ້ການສັນຈອນໄປ-ມາຂອງພາຫະນະຕ່າງໆ ມີຄວາມສະດວກສະບາຍທີ່ສຸດ ເຖິງວ່າຈະພົບຄວາມຫຍຸ້ງຍາກຫຼາຍສົມຄວນໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນສິ່ງກີດຂວາງຕ່າງໆເຊັ່ນ: ເສົາໄຟຟ້າ, ລະບົບສາຍໄຍແກ້ວຢູ່ພື້ນດິນ ລວມເຖິງການສັນຈອນທີ່ໜາແໜ້ນໃນແຕ່ລະວັນ.

ໂອກາດນີ້, ທ່ານ ຄໍາແສນ ສີວົງໄຊ ຍັງຮຽກຮ້ອງເຖິງສັງຄົມ ກໍຄືຜູ້ຊົມໃຊ້ພາຫະນະໃນນະຄອນຫຼວງວຽງຈັນທີ່ສັນຈອນໄປ-ມາຜ່ານບໍລິເວນຈຸດກໍ່ສ້າງໃຫ້ອົດທົນຮ່ວມກັນມີສະຕິ ແລະ ເພີ່ມຄວາມລະມັດລະວັງໃນການຂັບຂີ່ຍານ ພາຫະນະ ເພື່ອຫຼີກລ່ຽງອຸບັດເຫດທີ່ອາດຈະເກີດຂຶ້ນ. ຖ້າໂຄງການກໍ່ສ້າງທາງລົດເມດ່ວນ BRT ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການ ຈະຊ່ວຍຫຼຸດຜ່ອນຄວາມແອອັດຂອງການສັນຈອນຢູ່ນະຄອນຫຼວງວຽງຈັນດີຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ການປັບປຸງກົງຈັກການຈັດຕັ້ງ

ມະຕິ ຂອງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ອີງຕາມມະຕິ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ຮູ້ວ່າ:...

ຖະແຫຼງງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

ບົດຖະແຫຼງຂ່າວ ຄວາມພ້ອມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ຮັບການມອບໝາຍຈາກລັດຖະບານ ໃຫ້ຮັບຜິດຊອບວຽກງານການພັດທະນາສີມືແຮງງານ ຊຶ່ງກຳນົດຍຸດທະສາດການພັດທະນາສີມີືແຮງງານ ດ້ານປະລິມານໄປຄຽງຄູ່ກັບດ້ານຄຸນນະ...

ຈັບລູກຊາຍຕິດຢາ ໃຈຮ້າຍທີ່ພໍ່ຫ້າມບໍ່ໃຫ້ມົ້ວສຸມຢາເສບຕິດ ເລີຍພະຍາຍາມຄາຕະກຳພໍ່ຂອງຕົນເອງ

ລູກຊາຍທໍລະພີ ກໍ່ເຫດພະຍາຍາມຄາຕະກຳພໍ່ຕົນເອງ ຍ້ອນບໍ່ມັກທີ່ພໍ່ຫ້າມມົ້ວສຸມຢາເສບຕິດ. ວັນທີ 12 ມີນາ 2025 ຜ່ານມາ ປກສ ແຂວງຫົວພັນ ໄດ້ນໍາຕົວທ້າວຫຼວງ ອາຍຸ 23 ປີ ປະຊາຊົນ...

ນະຄອນຫລວງ ຫາລືເລັ່ງແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ

ລັດວິສະຫະກິດນ້ຳປະປາ ນວ ປຶກສາຫາລືເລັ່ງແກ້ໄຂບັນຫາການສະໜອວງນ້ຳປະປາທີ່ບໍ່ພຽງພໍ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ໄດ້ປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ...