spot_img
Homeຂ່າວພາຍ​ໃນຊົມເຊີຍທີມແພດຈີນ-ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ (Monteggia) ຂອງເດັກນ້ອຍ

ຊົມເຊີຍທີມແພດຈີນ-ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ (Monteggia) ຂອງເດັກນ້ອຍ

Published on

ຊ່ຽວຊານແພດຈີນ ແລະ ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ

ເມື່ອບໍ່ດົນນີ້, ພາຍໃຕ້ການຊີ້ນໍາຂອງຄະນະຊ່ຽວຊານການແພດທະຫານຈີນຊຸດທີ 12 ປະຈໍາລາວ (ມາຈາກໂຮງໝໍຊີຈິ່ງ ຂອງມະຫາວິທະຍາໄລການແພດທະຫານອາກາດຈີນ) ຮ່ວມກັບພະແນກກະທົບຜ່າຕັດ-ກະດູກຂອງໂຮງໝໍ ສູນກາງ103 ກອງທັບປະຊາຊົນລາວ ໄດ້ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເຊິ່ງເປັນກໍລະນີທຳອິດຢູ່ໃນທົ່ວປະເທດລາວ.

ການຜ່າຕັດດັ່ງກ່າວດໍາເນີນໂດຍ ຮອງສາດສະດາ ຈານຢານຢາໂປ ແລະຮອງສາດສະດາຈານ ຈ່າງ ຕ້ອງຫຼຽງ ທັງສອງເປັນຄະນະຊ່ຽວຊານການແພດປະຈໍາລາວ, ນອກນັ້ນຍັງມີຫົວໜ້າ ແລະແພດຫມໍພະແນກກະທົບຜ່າຕັດກະດູກຂອງໂຮງໝໍສູນກາງ 103 ກອງທັບເຂົ້າຮ່ວມດ້ວຍ. ການປະຕິບັດງານທັງໝົດໄດ້ດໍາເນີນໄປຢ່າງສະດວກ ແລະ ໃຊ້ເວລາປະມານ 90 ນາທີໃນການຜ່າຕັດ. ເມື່ອສໍາເລັດຄົນເຈັບໄດ້ຟື້ນຟູດີຫຼັງການຜ່າຕັດ.

ກະດູກມອນເຕກຽຍຫັກ (Monteggia) ແມ່ນການບາດເຈັບຢູທີ່ກະດູກປະເພດໜຶ່ງ ເຊິ່ງເກີດຈາກການຫັກຂອງກະດູກ ulna (ກະດູກແຂນດ້ານໃນ) ພ້ອມກັບການຫລຸດຂອງກະດູກ radius (ກະດູກແຂນດ້ານນອກ) ຈາກຂໍ້ຕໍ່ຂອງມັນກັບກະດູກ humerus (ກະດູກແຂນເທິງ) ການບາດເຈັບນີ້ມັກຈະເກີດຈາກການຫຼຸດ ຫຼືການຖືກກະທົບຢ່າງແຮງ. ການປິ່ນປົວມັກຈະຕ້ອງໃຊ້ວິທີຜ່າຕັດເພື່ອປັບກະດູກໃຫ້ກັບສູ່ຕຳແໜ່ງປົກກະຕິ.

ແຫຼ່ງຂ່າວ: CMG

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...