spot_img
Homeຂ່າວພາຍ​ໃນພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ

ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ

Published on

ນະຄອນຫຼວງພະບາງ ປະກາດເປັນນະຄອນ ພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ

ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2025, ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົມຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ລາຍງານວ່າ: ຜ່ານການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເຮັດໃຫ້ນະຄອນຫຼວງພະບາງ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຫຼາຍຂຶ້ນ, ຊີວິດການເປັນຢູຂອງປະຊາຊົນ ໄດ້ຮັບການປັບປຸງ, ປົວແປງດີຂຶ້ນ, ວັດທະນະທຳ-ສັງຄົມ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ລະບົບການເມືອງມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນ ຕື່ນຕົວເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ມະຕິຄໍາສັ່ງຂອງລັດຖະບານ.

ປະຈຸບັນ, ນະຄອນຫຼວງພະບາງ ມີບ້ານທີ່ບັນລຸມາດຕະຖານພົ້ນທຸກ 113 ບ້ານ (98,26%), ຄອບຄົວພົ້ນທຸກ 16,355 ຄອບຄົວ, ບ້ານພັດທະນາ 109 ບ້ານ (94,78%) ແລະ ຄອບຄົວພັດທະນາ 14,979 ຄອບຄົວ, ຊຶ່ງຜ່ານການກວດກາ-ປະເມີນຜົນຕາມດຳລັດ 348/ລບ ນະຄອນຫຼວງພະບາງ ສາມາດບັນລຸຕາມມາດຕະຖານ ແລະ ຕົວຊີ້ບອກຕ່າງໆ ທີ່ກໍານົດໄວ້.

ໃນໂອກາດດຽວກັນນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຜົນງານ-ຜົນ ສຳເລັດ ທີ່ນະຄອນຫຼວງພະບາງ ຍາດມາໄດ້, ພ້ອມທັງ ເນັ້ນໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ສືບຕໍ່ຮັກສານາມມະຍົດທີ່ໄດ້ປະກາດ ຕິດພັນກັບມູນເຊື້ອວັດທະນະທຳ ເມືອງມໍລະດົກໂລກຫຼວງພະບາງ ໃຫ້ຍືນຍົງຕະຫຼອດໄປ.

ແຫຼ່ງຂ່າວ: ວຽງຈັນທາຍ

ບົດຄວາມຫຼ້າສຸດ

ເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ...

ຫຼາຍເພຈໃນລາວຖືກແອບອ້າງ!

ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ. ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ...

ພະຍາກອນອາກາດ ເຊົ້າວັນທີ 28 ເມສາ 2025

ພາກເໜືອ-ພາກກາງກຽມຮັບມື ສະພາບອາກາດຮ້ອນ-ຮ້ອນເອົ້າ ອຸນຫະພູມສູງສຸດ 40 ອົົງສາ ຄວາມກົດດັນຕ່ຳຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພະຍາກອນອາກາດ ແຕ່ເວລາ 07...

ໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

ຊາຍຊາວຈີນກໍ່ເຫດຄາຕະກຳສາວປະເພດສອງຢ່າງໂຫດຫ້ຽມ ທີ່ຈັງຫວັດຊົນບູລີ ປະເທດໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ເມສາ 2025, ເຈົ້າໜ້າທີ່ຕຳຫຼວດເມືອງພັດທະຍາ  ໄດ້ຮັບແຈ້ງເຫດຄາຕະກຳ ພາຍໃນອາພາດເມັ້ນແຫ່ງໜຶ່ງ ຢູ່ອຳເພີບາງລະມຸງ ຈັງຫວັດຊົນບູລີ ຫຼັງໄດ້ຮັບແຈ້ງລາຍງານ ຈຶ່ງນຳກຳລັງກອງພິສູດຫຼັກຖານ ແລະ...