spot_img
Homeຂ່າວຄວາມສະຫງົບປກສ ເມືອງໂພນໂຮງ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ ພ້ອມພວກດ້ວຍກຸ່ມມົ້ວສຸມດື່ມນໍ້າກະທ້ອມ ໄດ້ 5 ຄົນ

ປກສ ເມືອງໂພນໂຮງ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ ພ້ອມພວກດ້ວຍກຸ່ມມົ້ວສຸມດື່ມນໍ້າກະທ້ອມ ໄດ້ 5 ຄົນ

Published on

ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ ພ້ອມພວກດ້ວຍກຸ່ມມົ້ວສຸມດື່ມນໍ້າກະທ້ອມ ໄດ້ 5 ຄົນ

ໃນວັນທີ 18 ກຸມພາ 2025 ຜ່ານມານີ້, ພະແນກຕຳຫຼວດ ປກສ ເມືອງໂພນໂຮງ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ ພ້ອມດ້ວຍກຸ່ມມົ້ວສຸມດື່ມນ້ຳກະທ້ອມ ມາສຶກສາອົບຮົມ ໂດຍການເປັນປະທານຂອງ ພັທ ວິໄລທອງ ຫຼວງອາໄພ ຮອງຫົວໜ້າກອງບັນຊາການ ປກສ ໂພນໂຮງ ມີກຸ່ມມົ້ວສຸມດື່ມນໍ້າກະທ່ອມ ແລະ ຜູ້ຂາຍ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.

ພັທ ວິໄລທອງ ຫຼວງອາໄພ ຮອງຫົວໜ້າກອງບັນຊາການ ປກສ ໂພນໂຮງ ໃຫ້ຮູ້ວ່າ ໃນວັນທີ 13 ກຸມພາ 2025 ຜ່ານມາ ເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ໄດ້ລົງມ້າງຈຸດມົ້ວສຸມກະທ້ອມຢູ່ບ້ານ ນາເລົາ ເມືອງ ໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ນວນ 05 ຄົນຄື: ທ້າວ ຕົ້ນທອງ ອາຍຸ 24 ປີ ພ້ອມຂອງກາງໃບກະທ້ອມ ຈຳນວນ 107 ກິໂລກຼາມ, ກັນຊາ ຈຳນວນ 200 ກຼາມ; ທ້າວ ຊ້າງນ້ອຍ ອາຍຸ 21 ປີ, ທ້າວ ສາລີ ອາຍຸ 20 ປີ, ທ້າວປັນຈາ ອາຍຸ 20 ປີ ແລະ ທ້າວ ເຈມ ອາຍຸ 17 ປີ ຈາກນັ້ນເຈົ້າໜ້າທີ່ຈິ່ງໄດ້ນຳຕົວພວກກ່ຽວມາສຶກສາອົບຮົມ ແລ້ວນຳຕົວທ້າວ ຕົ້ນທອງ (ຜູ້ຂາຍ) ມາທຳການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ທ້າວ ຕົ້ນທອງ ຮັບສາລະພາບວ່າ: ໃບກະທ້ອມຈຳນວນ 107 ກິໂລກຼາມ ແລະ ກັນຊາ ຈຳນວນ 200 ກຼາມ ແມ່ນເປັນຂອງຜູ້ກ່ຽວແທ້ ໂດຍໄດ້ສັ່ງຊື້ໃບກະທ້ອມນໍ້າທ້າວ ແສງອາຄົມ ຢູ່ນະຄອນຫຼວງວຽງຈັນ ແລະ ຊື້ກັນຊາ 200 ກຼາມ, ມາໄວ້ສູບເອງ.

ຜ່ານການສັງລວມຂໍ້ມູນທັງໝົດເຫັນວ່າ ທ້າວ ຕົ້ນທອງ ຜູ້ກ່ຽວມີຢາເສບຕິດປະເພດ (ກັນຊາ) ແລະ ໃບກະທ້ອມໄວ້ໃນຄອບຄອງຢ່າງແທ້ຈິງ ເຊິ່ງຜິດຕໍ່ກົດໝາຍມາດຕາ 315 ແລະ ມາດຕາ 275 ຂອງປະມວນກົດໝາຍອາຍາສະບັບປັງປຸງ ປີ 2017.

ແຫຼ່ງຂ່າວ: Viengchan Police news

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...