spot_img
Homeເບິ່ງດວງດວງປະຈຳວັນທີ 19 ກຸມພາ 2025

ດວງປະຈຳວັນທີ 19 ກຸມພາ 2025

Published on

ດວງປະຈຳວັນທີ 19 ກຸມພາ 2025

– ຄົນເກີດວັນຈັນ: ຖວາຍເວລາທັງໝົດໃຫ້ກັບວຽກດ່ວນທີ່ເຂົ້າມາ, ເກັບເງິນບໍ່ຄ່ອຍຢູ່ມື, ຄົນໂສດຕ້ອງຫາເວລາໃຫ້ໂຕເອງ ຄົນມີຄູ່ລະວັງປັນຫາຈາກຄວາມຫ່າງເຫີນ, ລະວັງເລື່ອງກ່ຽວກັບລະບົບຫາຍໃຈ.

– ຄົນເກີດວັນຄານ: ວຽກທີ່ກຳລັງລໍຖ້າຈະໄດ້ຮັບການຕອບຮັບ, ມີເກນຮັບເງິນຈາກພາຍນອກກ້ອນໃຫຍ່, ຄົນໂສດຍັງບໍ່ພົບຄົນຖືກໃຈ ຄົນມີຄູ່ຕ້ອງຫາເວລາເພີ່ມຄວາມຫວານໃຫ້ກັນ, ລະວັງອາການເຈັບປວດຕາມກ້າມເນື້ອ.

– ຄົນເກີດວັນພຸດ: ຮັບວຽກກະທັນຫັນຈາກຄົນທີ່ໄວ້ໃຈມາເຮັດແທນ, ຈະໄດ້ເສຍເງິນໄປກັບເລື່ອງສ່ວນຕົວ, ຄົນໂສດມີລຸ້ນນ້ອງເຂົ້າມາສົນໃຈ ຄົນມີຄູ່ຄວາມຮັກຍັງຫວານຊື່ນ, ລະວັງປັນຫາທີ່ມາກັບອາກາດປ່ຽນແປງ.

– ຄົນເກີດວັນພະຫັດ: ຖືກຕອບຮັບກັບໜ້າວຽກທີ່ຄາດຫວັງ, ການເງິນຢູ່ໃນຊ່ວງຂາຂຶ້ນ ເຈລະຈາພາໂຊກ, ຄົນໂສດລະວັງເລື່ອງລາວຈາກຄົນເກົ່າ ຄົນມີຄູ່ຈະໄດ້ຢູ່ຫ່າງກັນ, ລະວັງປັນຫາຈາກການນອນບໍ່ພໍ.

– ຄົນເກີດວັນສຸກ: ບໍ່ມີຄວາມສຸກກັບວຽກທີ່ເຮັດ ກຳລັງແນວຫາບ່ອນໃໝ່, ມີເກນຮັບເງິນກ້ອນຈາກຄອບຄົວ, ຄົນໂສດຮັກສາພື້ນທີ່ຂອງຕົນເອງໃຫ້ດີ ຄົນມີຄູ່ຊີວິດຄູ່ຢູ່ໃນຊ່ວງຫວານເປັນພິເສດ, ລະວັງໄມເກນ.

– ຄົນເກີດວັນເສົາ: ຖືກມອບໝາຍວຽກເພີ່ມ ງານລົ້ນມື, ຈະໄດ້ຮັບເງິນກ້ອນຈາກການລົງທຶນ, ຄົນໂສດແອບມັກຄົນທີ່ມີພັນທະ ຄົນມີຄູ່ລະວັງປາກສຽງຈາກເລື່ອງນ້ອຍໆ, ລະວັງປັນຫາກ່ຽວກັບກະເພາະ.

– ຄົນເກີດວັນອາທິດ: ວຽກຫຼາຍ ຕ້ອງຈັດສັນຄວາມສຳຄັນຂອງວຽກແຕ່ລະຢ່າງໃຫ້ດີ, ມີໂຊກເລື່ອງການເງິນ ລົງທຶນດີ, ຄົນໂສດຫາຄົນຖືກໃຈຍັງບໍ່ໄດ້ ຄົນມີຄູ່ຕ້ອງຫາເວລາລົມກັນເພີ່ມ, ລະວັງປັນຫາກ່ຽວກັບລະບົບທາງເດີນຫາຍໃຈ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...