spot_img
Homeຂ່າວພາຍ​ໃນດຳເນີຄະດີໃຫ້ເຖິງທີ່ສຸດ ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງ ບໍລິຄໍາໄຊ ມ້າງຄະດີລັກລອບຕັດໄມ້ ພ້ອມຢຶດໄມ້ແຕ້ຮໍໄດ້ 103 ຕັບ

ດຳເນີຄະດີໃຫ້ເຖິງທີ່ສຸດ ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງ ບໍລິຄໍາໄຊ ມ້າງຄະດີລັກລອບຕັດໄມ້ ພ້ອມຢຶດໄມ້ແຕ້ຮໍໄດ້ 103 ຕັບ

Published on

ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງ ບໍລິຄໍາໄຊ ມ້າງຄະດີລັກລອບຕັດໄມ້ ພ້ອມຢຶດໄມ້ແຕ້ຮໍໄດ້ 103 ຕັບ

ຕາມການລາຍງານເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ວັນທີ 6 ມັງກອນ 2025 ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີປະຊາຊົນຈໍານວນໜຶ່ງລັກລອບຕັດໄມ້ແຕ້ຮໍຢູ່ເຂດອຸທະຍານແຫ່ງຊາດພູເຂົາຄວາຍ ແລ້ວເຄື່ອນຍ້າຍມາຊຸກເຊື່ອງໄວ້ຢູ່ແຫຼ່ງທ່ອງທ່ຽວຕາດມັງກອນ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ເຂົ້າກວດກາສະຖານທີ່ດັ່ງກ່າວ ໄດ້ພົບເຫັນກໍາມະກອນ ຈໍານວນ 6 ຄົນ, ໄມ້ແຕ້ຮໍ 103 ຕັບ ເຊິ່ງບໍ່ໄດ້ຮັບອະນຸຍາດຂຸດຄົ້ນຈາກພາກສ່ວນກ່ຽວຂ້ອງ ແລະ ໄດ້ຮຽກຕົວ ທ້າວ ວຽງໄຊ ຂຸນເພັດ ອາຍຸ 48 ປີ ອາຊີບ ຄ້າ-ຂາຍ ຢູ່ບ້ານພະບາດ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ເຊິ່ງເປັນຜູ້ວ່າຈ້າງຕັດໄມ້ ມາສືບສວນ-ສອບສວນ.

ທ້າວ ວຽງໄຊ ຂຸນເພັດ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໄດ້ຈ້າງກໍາມະກອນໄປຕັດໄມ້ໃຫ້ ໂດຍຈະໃຫ້ຄ່າຈ້າງ ຈຳນວນ 5,000,000 ກີບຕໍ່ 1 ແມັດກ້ອນ ພາຍຫຼັງຕົກລົງກັນແລ້ວ, ມາຮອດວັນທີ 15 ທັນວາ 2024 ຕົນໄດ້ພາພວກກ່ຽວໄປສົ່ງຢູ່ຕາດມັງກອນ ຮອດວັນທີ 1 ມັງກອນ 2025, ກຳມະກອນທີ່ຕັດໄມ້ໄດ້ໂທມາບອກວ່າ ຕັດໄມ້ໄດ້ປະມານ 10 ປາຍຕົ້ນ ເລື່ອຍເປັນຕັບໄດ້ ຈຳນວນ 103 ຕັບ ຈິ່ງໄດ້ບອກໃຫ້ເຂົາເຈົ້າຂົນໄມ້ຈຳນວນດັ່ງກ່າວລົງມາໄວ້ທີ່ສະໜາມພັກໄມ້ເຂດຕາດມັງກອນ (ບ້ານ ທ່າບົກ), ຮອດວັນທີ 6 ມັງກອນ 2025 ມີເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ແລະ ເຈົ້າໜ້າທີ່ກະສິກໍາປ່າໄມ້ເມືອງ ເຂົ້າໄປກວດກາພ້ອມຢຶດໄມ້ຈໍານວນດັ່ງກ່າວ.

ວັນທີ 14 ກຸມພາ 2025 ເຈົ້າໜ້າຕໍາຫຼວດສິ່ງແວດລ້ອມ ປກສ ແຂວງ ຈຶ່ງໄດ້ມອບສໍານວນຄະດີ ພ້ອມດ້ວຍຂອງກາງໄມ້ແຕ້ຮໍ ຈໍານວນ 103 ຕັບ ໃຫ້ເຈົ້າໜ້າທີ່ກະສິກໍາ ແລະ ປ່າໄມ້ແຂວງ ບໍລິຄໍາໄຊ ພ້ອມກັບຮຽກຕົວ ທ້າວ ວຽງໄຊ ຂຸນເພັດ ເພື່ອສືບຕໍ່ດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ວາລະສານປ້ອງກນຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...