spot_img
Homeຂ່າວພາຍ​ໃນBurns Night 2025 ຄ່ຳຄືນແຫ່ງວັດທະນະທຳສະກັອດແລນສຸດປະທັບໃຈໃນລາວ

Burns Night 2025 ຄ່ຳຄືນແຫ່ງວັດທະນະທຳສະກັອດແລນສຸດປະທັບໃຈໃນລາວ

Published on

ຄ່ຳຄືນແຫ່ງການສະເຫຼີມສະຫຼອງ Burns Night 2025 ຈັດຂຶ້ນເມື່ອວັນທີ 1 ກຸມພາ ທີ່ຜ່ານມາ, ໃນໂຮງແຮງ Holiday Inn and Suites, ນະຄອນຫຼວງວຽງຈັນ ໂດຍກຸ່ມ British Business Group in Laos (BBGL) ຈັດຂຶ້ນເພື່ອລະນຶກເຖິງຊີວິດ ແລະ ຜົນງານຂອງ ໂຣເບີດ ເບີນ(Robert Burns) ນັກກະວີເອກແຫ່ງສະກັອດແລນ.

ການເຕັ້ນລຳສະກັອດແລນຢ່າງມ່ວນຊື່ນ (ຮູບພາບ: British Business Group Lao PDR)

ພາຍໃນງານເຕັມໄປດ້ວຍກິ່ນອາຍຂອງວັດທະນະທຳສະກັອດແທ້ໆ, ບໍ່ວ່າຈະເປັນເມນູອາຫານແບບດັ້ງເດີມ ເຊັ່ນ: Haggis, ການບັນຍາຍບົດກະວີຂອງ ໂຣເບີດ ເບີນ, ການຂັບຮ້ອງເພງສະກອດ, ການສະແດງເຄື່ອງດົນຕີເປົ່າປີ່ສະກັອດ ແລະ ການເຕັ້ນລຳສຸດຄຶກຄື້ນ.

ການສະແດງເຄື່ອງດົນຕີປີ່ສະກັອດແລນ (ຮູບພາບ: British Business Group Lao PDR)

ທ່ານ ລີ ເຊີຣິແດນ ປະທານ BBGL ໄດ້ກ່າວວ່າ: “ມັນເປັນຄ່ຳຄືນທີ່ພິເສດ ໃນການສະເຫຼີມສະຫຼອງວັດທະນະທຳສະກັອດແລນ ແລະ ໄດ້ແບ່ງປັນສິ່ງເຫຼົ່ານີ້ໃຫ້ກັບຜູ້ຄົນຫຼາກຫຼາຍເຊື້ອຊາດ”

ໜຶ່ງໃນສິ່ງທີ່ສຳຄັນຂອງຄ່ຳຄືນນີ້ ຄືການສະແດງເຕັ້ນສະກັອດສຸດມ່ວນຊື່ນ ໂດຍທີມນັກເຕັ້ນຈາກ Fanglao Dance Studio ເຊິ່ງ ເຊີຣິແດນ ຍັງໄດ້ກ່າວຕື່ມອີກວ່າ: ນີ້ເປັນຊ່ວງເວລາທີ່ລາວມັກເປັນພິເສດ.

ການສະເຫຼີມສະຫຼອງດ້ວຍຄວາມມ່ວນຊື່ນ (ຮູບພາບ: British Business Group Lao PDR)

ງານ Burns Night 2025 ບໍ່ພຽງແຕ່ມອບຄວາມບັນເທີງເທົ່ານັ້ນ ແຕ່ຍັງນຳພາຜູ້ເຂົ້າແຂ່ງຮ່ວມສຳພັດບັນຍາກາດທີ່ມີສະເນ່ ຂອງມໍລະດົກທາງວັດທະນະທຳສະກັອດແລນ ແລະລະນຶກເຖິງຜົນງານອັນຊົງຄຸນຄ່າຂອງ ໂຣເບີດ ເບີນ ຢ່າງເຕັມອີ່ມ.

ທີ່ມາ: Lao Tian Times

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...