spot_img
Homeຂ່າວຕ່າງປະເທດແນວທາງຂອງ ອີລອນ ມັສ ສ້າງຄວາມບໍ່ພໍໃຈໃຫ້ກັບເຈົ້າໜ້າທີ່ລະດັບສູງຂອງທຳນຽບຂາວ

ແນວທາງຂອງ ອີລອນ ມັສ ສ້າງຄວາມບໍ່ພໍໃຈໃຫ້ກັບເຈົ້າໜ້າທີ່ລະດັບສູງຂອງທຳນຽບຂາວ

Published on

ສື່ຂ່າວຕ່າງປະເທດ ລາຍງານວ່າ ຄວາມບໍ່ພໍໃຈເພີ່ມຂຶ້ນຫຼາຍໃນໝູ່ເຈົ້າໜ້າທີ່ລະດັບສູງຂອງທຳນຽບຂາວ ກ່ຽວກັບແນວທາງການດຳເນີນງານຂອງ ອີລອນ ມັສ ທີ່ຂະຫຍາຍອິດທິພົນຂອງລາວ ຢູ່ເໜືອໜ່ວຍງານລັດຖະບານອາເມລິກາ ກວ່າ 12 ແຫ່ງ ໂດຍຂາດການປະສານງານກັບທີມຂອງປະທານາທິບໍດີ ໂດໂນ ທຣຳ ຕາມລາຍງານຈາກແຫຼ່ງຂ່າວທີ່ຮັບຮູ້ເຖິງສະຖານະການ.

ຊູຊີ ໄວລ ຫົວໜ້າຄະນະດຳເນີນງານຂອງທ່ານ ໂດໂນ ທຣຳ ແລະທີມງານຂອງລາວຮູ້ສຶກຖືກກັນອອກຈາກວົງໃນ ເນື່ອງຈາກໜ່ວຍງານ DOGE ຂອງອີລອນ ມັສ ເດີນໜ້າເລີກຈ້າງເຈົ້າໜ້າທີ່ລັດຈຳນວນຫຼາຍ. ຂະນະດຽວກັນ ກໍເຂົ້າເຖິງຂໍ້ມູນທີ່ອ່ອນໄຫວ ແລະລົບກວນການເຮັດວຽກຂອງໜ່ວຍງານຕ່າງໆ ເຖິງແມ່ນວ່າ ຊູຊີ ໄວລ ແລະທີມງານຂອງລາວຈະໄດ້ມີການໂອ້ລົມກັບອີລອນ ມັສ ເພື່ອສະແດງຄວາມກັງວົນ ແຕ່ຍັງບໍ່ສາມາດລະບຸໄດ້ວ່າມີການປ່ຽນແປງໃດເກີດຂຶ້ນ.

ອີລອນ ມັສ ໃຫ້ສຳພາດທີ່ທຳນຽບຂາວເມື່ອວັນຄານທີ່ຜ່ານມາ ໂດຍຢືນຢັນວ່າທີມຂອງລາວ ແລະ ໂດໂນ ທຣຳ ເຮັດວຽກຮ່ວມກັນເປັນເອກະພາບ. ຢ່າງໃດກໍຕາມ ແຫຼ່ງຂ່າວລະບຸວ່າຄວາມຂັດແຍ້ງພາຍໃນຍັງຄົງມີຢູ່ ໂດຍສະເພາະໃນການເຂົ້າເຖິງຂໍ້ມູນ ແລະການສື່ສານທີ່ບໍ່ເປັນໄປຕາມຂະບວນການຂອງທຳນຽບຂາວ.

ຄວາມກັງວົນອີກປະເດັນໜຶ່ງ ຄືອີເມວທີ່ທີມຂອງອີລອນ ມັສ ສົ່ງໄປໃຫ້ເຈົ້າໜ້າທີ່ລັດ ໂດຍສະເພາະອີເມວເມື່ອວັນທີ 28 ມັງກອນ 2025 ເຊິ່ງສະເໜີເງິນຈູງໃຈໃຫ້ເຈົ້າໜ້າທີ່ລັດທະບານກາງ 2 ລ້ານຄົນລາອອກ, ແຫຼ່ງຂ່າວເຜີຍອີກວ່າອີເມວດັ່ງກ່າວ ບໍ່ໄດ້ຮັບການອະນຸມັດຈາກໄວລແລະທີມງານ.

ເຖິງແມ່ນວ່າອີລອນ ມັສ ຈະໄດ້ຮັບການສະໜັບສະໜຸນຈາກພັນທະມິດບາງສ່ວນຂອງໂດໂນ ທຣຳ ແຕ່ກໍມີເຈົ້າໜ້າທີ່ລະດັບສູງຂອງທຳນຽບຂາວ ທີ່ເບິ່ງວ່າວິທີການຂອງລາວສ້າງຄວາມວຸ້ນວາຍ ແລະຂາດຄວາມເປັນລະບົບ. ແນວໃດກໍຕາມ ທ່ານ ໂດໂນ ທຣຳ ຍັງຄົງກ່າວຊື່ນຊົມອີລອນ ມັສ ແລະທີມ DOGE ໂດຍລະບຸວ່າເປັນ “ອັດສະລິຍະ” ທີ່ຊ່ວຍຜັກດັນການປະຕິຮູບລັດຖະບານໃຫ້ມີປະສິດທິພາບຫຼາຍຂຶ້ນ.

 

ທີ່ມາ: Reuters

ບົດຄວາມຫຼ້າສຸດ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...