ດວງປະຈຳວັນທີ 18 ກຸມພາ 2025
– ຄົນເກີດວັນຈັນ: ສະສາງວຽກເກົ່າຍັງບໍ່ແລ້ວ ຈະມີວຽກໃໝ່ມາເພີ່ມອີກ ຕ້ອງຈັດສັນເວລາໃຫ້ດີ, ມີເກນຮັບໂຊກເລື່ອງການເງິນ, ຄົນໂສດຫາຄົນຖືກໃຈຍັງບໍ່ໄດ້ ຄົນມີຄູ່ມີເວລາຢູ່ນຳກັນຫຼາຍຂຶ້ນ, ລະວັງໄມເກນ.
– ຄົນເກີດວັນຄານ: ມີເກນໄດ້ເລື່ອນຕຳແໜ່ງ ແຕ່ຄວາມຮັບຜິດຊອບຫຼາຍຂຶ້ນ, ເປັນຊ່ວງເວລາດີໃນການລົງທຶນເລື່ອງການເງິນ, ຄົນໂສດຢູ່ໃນຊ່ວງສົນໃຈຕົວເອງ ຄົນມີຄູ່ລະວັງໝູ່ເຮັດໃຫ້ຄູ່ມີປັນຫາ, ລະວັງປັນຫາກ່ຽວກັບລະບົບທາງເດີນຫາຍໃຈ.
– ຄົນເກີດວັນພຸດ: ຖືກຕຳນິໃນວຽກທີ່ບໍ່ໄດ້ເຮັດ ຮັບຜິດແທນຄົນອື່ນ, ມີເກນເສຍເງິນກ້ອນໃຫຍ່, ຄົນໂສດມັກຄົນທີ່ມີເຈົ້າຂອງ ຄົນມີຄູ່ຕອນນີ້ຍັງຫວານກັນດີ, ລະວັງປັນຫາທີ່ມາກັບອາກາດເຢັນ.
– ຄົນເກີດວັນພະຫັດ: ສັບສົນໃນຄວາມຮັບຜິດຊອບເລື່ອງວຽກທີ່ໄດ້ເຮັດ, ຈະໄດ້ຮັບເງິນກ້ອນຈາກການເຈລະຈາ, ຄົນໂສດຈະມີຄົນເຂົ້າມາບອກມັກ ຄົນມີຄູ່ລະວັງປາກສຽງຈາກເລື່ອງເກົ່າ, ລະວັງປັນຫາຈາກການນອນບໍ່ພໍ.
– ຄົນເກີດວັນສຸກ: ວຽກໃໝ່ມີໂອກາດຖືກຕອບຮັບສູງ, ຈະໃຊ້ຈ່າຍເງິນໄປກັບເລື່ອງສຸຂະພາບ, ຄົນໂສດຍັງມີຄວາມສຸກກັບການໃຊ້ຊີວິດຄົນດຽວຢູ່ ຄົນມີຄູ່ບໍ່ຄ່ອຍມີເວລາຢູ່ນຳກັນຫຼາຍ ຄວນຫາໂອກາດເພີ່ມ, ລະວັງປັນຫາກ່ຽວກັບທາງເດີນຫາຍໃຈ ພູມແພ້.
– ຄົນເກີດວັນເສົາ: ໂດດເດັ່ນໃນບ່ອນເຮັດວຽກເປັນພິເສດ, ມີເກນຈ່າຍເງິນກ້ອນໃຫຍ່ເພື່ອຕົວເອງ, ຄົນໂສດຕ້ອງເລືອກດີໆ ມີຄົນເຂົ້າມາຫຼາຍກວ່າໜຶ່ງ ຄົນມີຄູ່ຫາເວລາຢູ່ນຳກັນໃຫ້ຫຼາຍຂຶ້ນກວ່ານີ້, ລະວັງປັນຫາກ່ຽວກັບລະບົບຍ່ອຍອາຫານ.
– ຄົນເກີດວັນອາທິດ: ໂຟກັດວຽກງານບໍ່ຄ່ອຍໄດ້ ສະຕິລ່ອງລອຍ, ຈະເສຍເງິນໄປກັບເລື່ອງຄອບຄົວ, ຄົນໂສດຍັງຄົງຕ້ອງໂສດຕໍ່ໄປ ຄົນມີຄູ່ຈະຜິດກັນຈາກເລື່ອງຂອງຄົນອື່ນ, ລະວັງປັນຫາກ່ຽວກັບລະບົບທາງເດີນອາຫານ ອາຫານບໍ່ຍ່ອຍ.