spot_img
Homeຂ່າວຄາດຕະກຳລູກຊາຍທໍລະພີ ກິນເຫຼົ້້າເມົາກໍ່ເຫດທຳຮ້າຍຮ່າງກາຍແມ່ເສຍຊີວິດ

ລູກຊາຍທໍລະພີ ກິນເຫຼົ້້າເມົາກໍ່ເຫດທຳຮ້າຍຮ່າງກາຍແມ່ເສຍຊີວິດ

Published on

ລູກຊາຍທຳຮ້າຍຮ່າງກາຍແມ່ຈົນເສຍຊີວິດຢູ່ເມືອງເລົ່າງາມ

ອີງຕາມການລາຍງານຂອງເຈົ້າໜ້າທີ່ ປກສ ແຂວງສາລະວັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກຸມພາ 2025 ເວລາ 14:30 ນາທີ,​ ໄດ້ເກີດເຫດລູກຊາຍທຳຮ້າຍຮ່າງກາຍແມ່ ຈົນເສຍຊີວິດ ທີ່ບ້ານວັງເປືອຍ ເມືອງເລົ່າງາມ ແຂວງສາລະວັນ.

ຕາມການລາຍງານເບື້ອງຕົ້ນລະບຸວ່າ: ຜູ້ກໍ່ເຫດ ຊື່ວ່າ ທ້າວ ສິນ ອາຍຸ 40 ປີ ໄດ້ດື່ມເຫຼົ້າ ກັບຄົນບ້ານດຽວກັນຈົນເມົາ,​ ແລ້ວເກີດເຫດຜິດຖຽງກັນ ກັບ ນາງ ຈັນໄທ ອາຍຸ 68 ປີ (ຜູ້ເປັນແມ່) ແລ້ວ ທ້າວ ສິນ ໄດ້ທຳຮ້າຍຮ່າງກາຍ ນາງ ຈັນໄທ ໂດຍໃຊ້ງ່າກົກລຳໄຍ ຍາວປະມານ 50 ຊັງຕີແມັດ, ຕີໃສ່ງ່ອນ ຂອງນາງ ຈັນໄທ ຈົນເຮັດໃຫ້ຫົວແຕກ.

ຈາກນັ້ນ, ທ້າວ ສິນ ກໍໄດ້ຍ່າງອອກຈາກເຮືອນໄປ, ຕໍ່ມາທາງຍາດພີ່ນ້ອງມາພົບເຫັນ ນາງ ຈັນໄທ ຈຶ່ງໄດ້ພາຕົວໄປໂຮງໝໍຢ່າງຮີບດ່ວນ ແຕ່ສຸດທ້າຍ ກໍບໍ່ສາມາດຊ່ວຍຊີວິດໄວ້ໄດ້ທັນ ເຈົ້າໜ້າທີ່ຈຶ່ງນຳຕົວຜູ້ກໍ່ເຫດມາສອບສວນ ແລະ ດຳເນີນຄະດີຕາມກົດໝາຍ, ເຊິ່ງຜ່ານມາ, ທ້າວ ສິນ ແມ່ນຕິດຢາເສບຕິດຢ່າງຮຸນແຮງ,​ ອາລະວາດຄອບຄົວ,​ ເຄີຍຈູດເຮືອນເອງ ແລະ ເຄຍຖືກດັດສ້າງທີ່ສູນບັງເຍາະ 01 ຄັ້ງ ແລະ ໄປບຳບັດ ຢູ່ຄ້າຍຄຸມຂັງນາໄຊ 01 ຄັ້ງ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...