spot_img
Homeຂ່າວການຮ່ວມມືນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025

Published on

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025

ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໂດຍມີການນໍາຂັ້ນສູງຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫລາຍກວ່າ 140 ປະເທດ, ມີຫົວໜ້າລັດຖະ ບານຫລາຍກວ່າ 30 ປະເທດ ແລະ ມີຜູ້ເຂົ້າຮ່ວມຫລາຍກວ່າ 6.000 ຄົນ.

ກອງປະຊຸມດັ່ງກ່າວ, ມີຈຸດປະສົງເພື່ອສ້າງເປັນເວທີໃຫ້ແກ່ບັນດາຜູ້ນຳຂັ້ນສູງ/ຫົວໜ້າລັດຖະບານຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸ ລະກິດ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ ນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.

ທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພາກຫລັກ (Main Panel) ເຊິ່ງສຸມໃສ່ຫົວຂໍ້: ການສະໜອງທຶນໃຫ້ແກ່ເສດຖະກິດໃນອະນາຄົດ ແລະ ເສດຖະກິດສາກົນ ໂດຍເນັ້ນໃສ່ ແນວທາງນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຊຸກຍູ້ທ່າແຮງບົ່ມຊ້ອນ ເພື່ອເປັນການສົ່ງເສີມ ແລະ ເປີດກວ້າງການຮ່ວມມືກັບສາກົນ, ຕາມທິດສີຂຽວ ແລະ ຍືນຍົງ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025) ແລະ ທິດທາງໃນອະ ນາຄົດ, ການສົົ່ງເສີມການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບເຕັກນິກ-ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່; ການສົົ່ງເສີມການຫັນເປັນດີຈິຕອນ ເພື່ອຍົກລະດັບປະສິດທິພາບການດໍາເນີນທຸລະກິດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງຈຸດສຸມຍຸດທະສາດຂອງ ສປປ ລາວ ໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດແບບຍືນຍົງ ໂດຍຜ່ານການລົງທຶນດ້ານພະລັງງານທົດແທນ, ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດແຫ່ງການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການອະນຸລັກຮັກສາສິ່ງແວດລ້ອມ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຖືເປັນຄັ້ງທໍາອິດ ຂອງ ສປປ ລາວ ເຊິ່ງເປັນການຍົກສູງບົດບາດ ໃນເວທີສາກົນອີກເວທີໜຶ່ງ ເວົ້າສະເພາະກໍແມ່ນໃນພາກພື້ນຕາເວັນອອກກາງ ເຊິ່ງເປັນພາກພື້ນທີ່ມີບົດ ບາດ ແລະ ມີອິດທິພົນໃໝ່ໃນໂລກ ເພື່ອປະຕິບັດນະໂຍບາຍ ດ້ານການສົ່ງເສີມການທູດເສດຖະກິດ, ການຊຸກຍູ້ດ້ານຄ້າ, ການລົງທຶນ ເຊັ່ນ: ຂະແໜງການທະນາຄານ, ພະລັງງານທົດແທນ ແລະ ຂົງເຂດ ອື່ນໆ, ພ້ອມທັງເປັນໂອກາດອັນດີ ເພື່ອຮັດແໜ້ນສາຍພົວພັນການທູດລະຫວ່າງ ປະເທດເຈົ້າພາບ ກໍຄື ສະຫະນະຄອນ ເອເມຣັດ ອາຣັບ ແລະ ປະເທດອື່ນໆ ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...