spot_img
Homeເບິ່ງດວງດວງປະຈຳວັນທີ 13 ກຸມພາ 2025

ດວງປະຈຳວັນທີ 13 ກຸມພາ 2025

Published on

ດວງປະຈຳວັນທີ 13 ກຸມພາ 2025

– ຄົນເກີດວັນຈັນ: ວຽກງານໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ໃຫຍ່, ໝົດເງິນໄປກັບການຊື້ຈ່າຍຂອງຈຳເປັນ, ຄົນໂສດກຳລັງຈະມີຂ່າວດີ ຄົນມີຄູ່ຕ້ອງສັງເກດອີກຝ່າຍ, ລະວັງຮ່າງກາຍອ່ອນເພຍຈາກການນອນບໍ່ພໍ.

– ຄົນເກີດວັນຄານ: ຖືກຈັບຜິດໃນບ່ອນເຮັດວຽກ, ມີເກນໄດ້ຮັບເງິນຈາກຜູ້ໃຫຍ່, ຄົນໂສດຍັງຄົງໂສດຕໍ່ໄປ ຄົນມີຄູ່ກຳລັງຈະມີຂ່າວດີຈາກຜູ້ໃຫຍ່, ລະວັງປັນຫາກ່ຽວກັບຜິວໜັງ.

– ຄົນເກີດວັນພຸດ: ເຈັບຫົວກັບເພື່ອນຮ່ວມງານ, ລົງທຶນຊ່ວງນີ້ມີເກນຂາດທຶນ, ຄົນມີຄູ່ລະວັງມັກຄົນມີເຈົ້າຂອງ ຄົນໂສດຫາເວລາຢູ່ນຳກັນຕື່ມ, ລະວັງປັນຫາກ່ຽວກັບກະເພາະ.

– ຄົນເກີດວັນພະຫັດ: ວຽກງານລົ້ນມື, ຜູ້ໃຫຍ່ໃຫ້ໂອກາດທາງການເງິນໃໝ່ໆ, ຄົນໂສດມີຄົນເຂົ້າມາຈີບ ຄົນມີຄູ່ລະວັງປາກສຽງຈາກເລື່ອງນ້ອຍໆ, ລະວັງປັນຫາປວດຕາມກ້າມເນື້ອ.

– ຄົນເກີດວັນສຸກ: ຜູ້ໃຫຍ່ໃນບ່ອນເຮັດວຽກເອັນດູ, ມີເກນຮັບເງິນກ້ອນຈາກຄອບຄົວ, ຄົນໂສດຮັກສາໃຈໂຕເອງດີໆ ຄົນມີຄູ່ຊີວິດຮັກກຳລັງຫວານ, ລະວັງປັນຫາຈາກລະບົບທາງເດີນຫາຍໃຈ.

– ຄົນເກີດວັນເສົາ: ໄດ້ຮັບຄຳຕອບເລື່ອງວຽກທີ່ລໍຖ້າ, ໝົດເງິນໄປກັບຄ່າໃຊ້ຈ່າຍຄອບຄົວ, ຄົນໂສດບໍ່ພົບຄົນຖືກໃຈ ຄົນມີຄູ່ກຳລັງມີເຊີໄພ້, ລະວັງໄມເກນ.

– ຄົນເກີດວັນອາທິດ: ປາກສຽງຮຸນແຮງກັບເພື່ອນຮ່ວມງານ ຕ້ອງມີສະຕິ, ລະວັງເສຍເງິນໄປກັບຄວາມບໍ່ລະວັງ, ຄົນໂສດມີເກນຮັກຄົນຖືກໃຈ ຄົນມີຄູ່ຕ້ອງຫາເວລາເຄຍປັນຫາເກົ່າ, ລະວັງປັນຫາຈາກຄວາມຄຽດ.

ບົດຄວາມຫຼ້າສຸດ

ການປັບປຸງກົງຈັກການຈັດຕັ້ງ

ມະຕິ ຂອງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ອີງຕາມມະຕິ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ຮູ້ວ່າ:...

ຖະແຫຼງງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

ບົດຖະແຫຼງຂ່າວ ຄວາມພ້ອມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ຮັບການມອບໝາຍຈາກລັດຖະບານ ໃຫ້ຮັບຜິດຊອບວຽກງານການພັດທະນາສີມືແຮງງານ ຊຶ່ງກຳນົດຍຸດທະສາດການພັດທະນາສີມີືແຮງງານ ດ້ານປະລິມານໄປຄຽງຄູ່ກັບດ້ານຄຸນນະ...

ຈັບລູກຊາຍຕິດຢາ ໃຈຮ້າຍທີ່ພໍ່ຫ້າມບໍ່ໃຫ້ມົ້ວສຸມຢາເສບຕິດ ເລີຍພະຍາຍາມຄາຕະກຳພໍ່ຂອງຕົນເອງ

ລູກຊາຍທໍລະພີ ກໍ່ເຫດພະຍາຍາມຄາຕະກຳພໍ່ຕົນເອງ ຍ້ອນບໍ່ມັກທີ່ພໍ່ຫ້າມມົ້ວສຸມຢາເສບຕິດ. ວັນທີ 12 ມີນາ 2025 ຜ່ານມາ ປກສ ແຂວງຫົວພັນ ໄດ້ນໍາຕົວທ້າວຫຼວງ ອາຍຸ 23 ປີ ປະຊາຊົນ...

ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

ອົດໃຈລໍຖ້າ! ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ມາຮອດປັດຈຸບັນການຂະຫຍາຍບ່າທາງຈຸດປະຕູໄຊ ຫາ 3 ແຍກຄໍາຮຸ່ງໜ້າມະຫາວິທະຍາໄລແຫ່ງຊາດຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ສ່ວນລະບົບໄຟອໍານາດທີ່ໃຊ້ການບໍ່ໄດ້ ຍ້ອນຜູ້ຮັບເໝົາກໍ່ສ້າງຂະຫຍາຍເສັ້ນທາງສອງຟາກທາງ ສົ່ງຜົນກະທົບກັບສາຍໄຟເຍືອງທາງ...