ດວງປະຈຳວັນທີ 9 ກຸມພາ 2025
– ຄົນເກີດວັນຈັນ: ເຈັບຫົວກັບເພື່ອນຮ່ວມງານ, ມີເກນໝົດເງິນໄປກັບຂອງໃຊ້ຈຳເປັນ, ຄົນໂສດມີຄົນເຂົ້າຫາ ແຕ່ຍັງບໍ່ຖືກໃຈ ຄົນມີຄູ່ມີເລື່ອງໃຫ້ຕ້ອງຫ່າງກັນ, ລະວັງເລື່ອງຄວາມຄຽດຈາກວຽກ.
– ຄົນເກີດວັນຄານ: ຕ້ອງຮັບມືກັບວຽກດ່ວນຫຼາຍທາງ, ຫາເງິນໄດ້ຈາກຊ່ອງທາງອື່ນ ມີໂຊກເລື່ອງການລົງທຶນ, ຄົນໂສດຍັງມ່ວນກັບການໃຊ້ຊີວິດ ຄົນມີຄູ່ຕ້ອງລົມກັນໃຫ້ຫຼາຍຂຶ້ນ, ລະວັງເລື່ອງອາຫານການກິນທີ່ບໍ່ສະອາດ.
– ຄົນເກີດວັນພຸດ: ວຽກງານທຸກຢ່າງກຳລັງໄປໄດ້ດີ ມີຜູ້ໃຫຍ່ເບິ່ງ, ການເງິນມີໂອກາດໝົດແບບບໍ່ຕັ້ງໃຈ, ຄົນໂສດມີແຕ່ຄົນເຂົ້າມາເຮັດໃຫ້ຮູ້ສຶກດີ ຄົນມີຄູ່ກຳລັງຫວານຊື່ນເປັນພິເສດ, ລະວັງອາການປວດເມື່ອຍຕາມຮ່າງກາຍ.
– ຄົນເກີດວັນພະຫັດ: ເຈັບຫົວກັບຫົວໜ້າສາຍງານ, ມີໂຊກຈາກການເຈລະຈາ ລົງທຶນໄດ້ດີ, ຄົນໂສດມີແວວສະຫຼະໂສດ ຄົນມີຄູ່ມີເລື່ອງໃຫຍ່ທີ່ຕ້ອງໄດ້ຫັນໜ້າລົມກັນ, ລະວັງເລື່ອງລະບົບທາງເດີນຫາຍໃຈ.
– ຄົນເກີດວັນສຸກ: ມີໂອກາດທີ່ຈະຖືກສະເໜີບາງຢ່າງມາກ່ຽວກັບວຽກງານ, ໄດ້ຮັບເງິນກ້ອນຈາກຜູ້ໃຫຍ່, ຄົນໂສດມີໂຊກເລື່ອງຮັກຈາກງານສັງສັນ ຄົນມີຄູ່ອີກຝ່າຍມີເລື່ອງກັງວົນບໍ່ກ້າບອກ, ລະວັງເລື່ອງຄວາມຄຽດສະສົມ.
– ຄົນເກີດວັນເສົາ: ບໍລິຫານເວລາດີໆ ເພາະມີແຕ່ວຽກດ່ວນວຽກໄວເຂົ້າມາ, ຈະໄດ້ຮັບຂ່າວເລື່ອງການເງິນທີ່ເຄີຍລົງທຶນໄປ, ຄົນໂສດມີຄົນເຂົ້າມາມັກຫຼາຍກວ່າໜຶ່ງ ຄົນມີຄູ່ມີເກນໄດ້ໄປພົບຜູ້ໃຫຍ່ຂອງໃຜບາງຄົນ, ລະວັງອາການພູມແພ້ກຳເລີບ.
– ຄົນເກີດວັນອາທິດ: ຄົນທີ່ໄວ້ໃຈຈະໂຍນວຽກມາໃຫ້ເຮັດຕໍ່, ໝົດເງິນໄປກັບການເດີນທາງໄກ, ຄົນໂສດຍັງບໍ່ພົບຄົນທີ່ຖືກໃຈ ຄົນມີຄູ່ຄວາມຮັກຫວານຊື່ນດີ, ລະວັງປັນຫາຈາກການເດີນທາງ.