spot_img
Homeຂ່າວຄວາມສະຫງົບປກສ ນວ ອອກແຈ້ງການຕາມຫາເຈົ້າຂອງຄວາຍ ທີ່ເກີດອຸບັດຕິເຫດ

ປກສ ນວ ອອກແຈ້ງການຕາມຫາເຈົ້າຂອງຄວາຍ ທີ່ເກີດອຸບັດຕິເຫດ

Published on

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງ: ບັນດາບ້ານທີ່ຂື້ນກັບ 09 ເມືອງທີ່ຢູ່ໃນ ນະຄອນຫຼວງວຽງຈັນ, ເພື່ອຕາຫາເຈົ້າຂອງສັດລ້ຽງ (ຄວາຍ) ທີ່ໄດ້ປະສົບອຸບັດຕິເຫດ ແລ້ວເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ 01 ຄົນ. ໃນເວລາ 01 ໂມງ 45 ນາທີຂອງວັນທີ 13 ທັນວາ 2024 ທີ່ເກີດເຫດຖະໜົນເລກ 10 ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຈຸບັນຄວາຍ ຈໍານວນ 08 ໂຕ ໄດ້ຮັກສາໄວ້ຢູ່ດິນສວນຍາດພີ່ນ້ອງ ຜູ້ເສຍຫາຍເຂດບ້ານອຸດົມຝົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຫຼັງຈາກນັ້ນ, ວັນທີ 18 ທັນວາ 2024 ທາງເຈົ້າໜ້າທີ່ແມ່ນໄດ້ລົງສົມທົບອໍານາດການປົກຄອງບ້ານໂນນສະອາດ ເພື່ອຊອກຫາເຈົ້າຂອງສັດ (ຄວາຍ) ຈໍານວນ 08 ໂຕ ທີ່ທາງຍາດຕິພີ່ນ້ອງຜູ້ເສຍຊີວິດໄດ້ຮັກສາໄວ້, ແຕ່ຜ່ານການກວດກາ ແລະ ເກັບກຳຂໍ້ມູນຢູ່ພື້ນຖານແມ່ນເຫັນວ່າ: ບໍ່ມີໃຜມາສະແດງຕົວວ່າເປັນເຈົ້າຂອງສັດ, ດັ່ງນັ້ນທາງກຸ່ມ ບ້ານຈຶ່ງໄດ້ອອກແຈ້ງການເຖີງອໍານາດການປົກຄອງບ້ານ 11 ບ້ານ ລົງວັນທີ 13 ທັນວາ 2024 ແລ້ວ ແຕ່ກໍບໍ່ມີໃຜມາຮັບ ວ່າເປັນເຈົ້າຂອງສັດ.

ດັ່ງນັ້ນ: ທາງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການສະບັບນີ້ມາຍັງບັນດາບ້ານທີ່ ຂຶ້ນກັບ 09 ເມືອງທີ່ຢູ່ໃນນະຄອນຫຼວງວຽງຈັນ ເພື່ອຊາບ ແລະ ແຈ້ງຕໍ່ປະຊາຊົນຂອງຕົນ ເພື່ອຊາບພາຍໃນກໍານົດເວລາ 01 ເດືອນນັບແຕ່ທີ 25 ມັງກອນ 2025 – 25 ກຸມພາ 2025.
ນັບແຕ່ມື້ອອກແຈ້ງການໄປແລ້ວຖ້າຫາກບໍ່ມີເຈົ້າຂອງສັດ (ຄວາຍ) ມາພົວພັນເອົາຕາມທີ່ໄດ້ກຳ ນົດເວລາທີ່ໄດ້ລະບຸມາຂ້າງເທິງນັ້ນ ຄວາຍຈໍານວນດັ່ງກ່າວແມ່ນຈະໄດ້ມອບໃຫ້ຍາດຕິພີ່ນ້ອງຜູ້ເສຍຊີວິດເລີຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...