Homeຂ່າວພາຍ​ໃນສປປ ລາວ ສອບສວນຄະດີສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ ໃນປີ 2024

ສປປ ລາວ ສອບສວນຄະດີສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ ໃນປີ 2024

Published on

ສອບສວນຄະດີສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ ພົບຄວາມ ເສຍຫາຍ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາ ແລະ 7.8 ລ້ານຢວນ.

ໃນໂອກາດລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2024 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 3-4 ກຸມພາ 2025, ທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໃຫ້ຮູ້ວ່າ: ໃນປີຜ່ານມາ, ສຳລັບວຽກງານສະກັດ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການທີ່ກ່ຽວຂ້ອງໄດ້ດໍາເນີນການສອບສວນຄະດີການສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ, ມີຄວາມເສຍຫາຍທັງໝົດ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາ ແລະ 7.8 ລ້ານຢວນ.

ໃນຈໍານວນດັ່ງກ່າວ ສາມາດເກັບກູ້ໄດ້ແລ້ວ 63.62 ຕື້ກີບ, 200,000 ບາດ, 4,700 ໂດລາ ແລະ 5.19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ 51.46 ຕື້ກີບ, 3.0 ລ້ານບາດ, 25.67 ລ້ານໂດລາ ແລະ 2.63 ລ້ານຢວນ; ມີເປົ້າໝາຍພົວພັນທັງໝົດ 208 ຄົນ, ດໍາເນີນຄະດີ 40 ຄົນ (ຕ່າງປະເທດ 2 ຄົນ), ນໍາໃຊ້ມາດຕະການກັກຕົວ 39 ຄົນ ແລະ ແກ້ໄຂທາງລະບຽບບໍລິຫານ 168 ຄົນ, ກຳລັງດໍາເນີນການສືບສວນ-ສອບສວນ 2 ເລື່ອງ, ມີຄວາມເສຍຫາຍທັງໝົດ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາ, ເກັບກູ້ໄດ້ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາ, ມີເປົ້າໝາຍ ພົວພັນ 6 ຄົນ, ດໍາເນີນຄະດີ 6 ຄົນ, ໃນນີ້ ນໍາໃຊ້ມາດຕະການກັກຕົວ 5 ຄົນ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...