spot_img
Homeຂ່າວພາຍ​ໃນຊົມເຊີຍເຈົ້າໜ້າທີ່ຍຶດ ຢາສູບຊອງ ແລະ ຢາສູບໄຟຟ້າລອກແບບຈຳນວນຫຼາຍ

ຊົມເຊີຍເຈົ້າໜ້າທີ່ຍຶດ ຢາສູບຊອງ ແລະ ຢາສູບໄຟຟ້າລອກແບບຈຳນວນຫຼາຍ

Published on

ເຈົ້າໜ້າທີ່ຍຶດຢາສູບ-ຢາສູບໄຟຟ້າ ທີ່ລັກລອບເຂົ້າມາຈາກຕ່າງປະເທດເພື່ອຈຳໜ່າຍພາຍໃນ ພ້ອມທັງໄດ້ດຳເນີນມາດຕະການ ຕາມກົດໝາຍ.

ໃນປີ 2024 ຜ່ານມາ, ເຈົ້າໜ້າທີ່ການຄ້າ ໃນຂອບເຂດທົ່ວປະເທດ ໄດ້ເຄື່ອນໄຫວ ຕິດຕາມ, ກວດກາຕາມຮ້ານຄ້າ, ມິນິມາກ, ຊຸບເປີ້ມາເກັດ, ສາງເກັບມ້ຽນສິນຄ້າ ແລະ ໂຮງງານຜະລິດຢາສູບບາງແຫ່ງ ສາມາດ ຢຶດ ແລະ ອາຍັດ ສິນຄ້າປະເພດຢາສູບໄດ້ ຈຳນວນ 1,441,253 ຊອງ ແລະ ຢາສູບໄຟຟ້າ ຈໍານວນ 60,112 ອັນ ພ້ອມທັງໄດ້ດຳເນີນມາດຕະການ ຕາມກົດໝາຍ ແລະ ລະບຽບການ ຕໍ່ເຈົ້າຂອງສິນຄ້າ ແລະ ໄດ້ທຳລາຍສິນຄ້າຖິ້ມ.

ເຊິ່ງຢາສູບຈໍານວນດັ່ງກ່າວ ເປັນຢາສູບທີ່ຜະລິດປອມແປງລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າຂອງບໍລິສັດອື່ນ, ຢາສູບທີ່ມີການລັກລອບນຳເຂົ້າມາຈາກຕ່າງປະເທດເພື່ອຈຳໜ່າຍພາຍໃນ, ບໍ່ຕິດສະຫຼາກຄຳເຕືອນສຸຂະພາບໃສ່ຊອງຢາສູບຕາມທີ່ກະຊວງສາທາລະນະສຸກກຳນົດໄວ້, ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ຢາສູບໄຟຟ້າ (ເຊິ່ງເປັນສິນຄ້າເກືອດຫ້າມ).

ດັ່ງນັ້ນ, ຕໍ່ສະພາບການດັ່ງກ່າວ ຄະນະເຈົ້າໜ້າທີ່ການຄ້າ ຈະໄດ້ສືບຕໍ່ລົງຕິດຕາມ ກວດກາ, ຖ້າຫາກກວດພົບເຫັນວ່າ: ຮ້ານຄ້າ, ມິນິມາກ, ຊຸບເປີ້ມາເກັດ, ຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຜູ້ປະກອບການອື່ນໆ… ຫາກຍັງມີການນຳເຂົ້າ ແລະ ຈຳໜ່າຍ, ຜະລິດ ສິນຄ້າປະເພດຢາສູບ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຈະຖືກຍຶດ, ອາຍັດ, ປັບໃໝ ແລະ ທຳລາຍຖິ້ມ ພ້ອມທັງດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຕໍ່ກັບເຈົ້າຂອງຮ້ານຄ້າ ຫຼື ເຈົ້າຂອງສິນຄ້າດັ່ງກ່າວ.

(ທ່ານສາມາດ ແຈ້ງເບາະແສການລະເມີດໄດ້ທີ່ ສາຍດ່ວນ 1510 ທີ່ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ).

ແຫຼ່ງຂ່າວ: ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າຢາສູບປອມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...