spot_img
Homeຂ່າວຕ່າງປະເທດເຮືອບິນຂອງສາຍການບິນ American Airlines ຕຳກັບເຮລິຄອບເຕີ ກາງອາກາດ

ເຮືອບິນຂອງສາຍການບິນ American Airlines ຕຳກັບເຮລິຄອບເຕີ ກາງອາກາດ

Published on

ເຮືອບິນຂອງສາຍການບິນ American Airlines ຕຳກັບເຮລິຄອບເຕີ ກາງອາກາດ ກ່ອນຕົກລົງແມ່ນ້ຳໃນນະຄອນ ວໍຊິງຕັນ ດີຊີ ເຈົ້າໜ້າທີ່ໜ່ວຍກູ້ໄພສຸກເສີນເລັ່ງຄົ້ນຫາໂດຍໃຊ້ໂດຣນບິນບໍລິເວນຈຸດເກີດເຫດ.

ອີງຕາມສຳນັກຂ່າວ BCC ລາຍງານໃນວັນທີ 21:00 ໂມງຂອງວັນທີ 28 ມັງກອນ 2025 ຜ່ານມາ, ເກີດອຸບັດຕິເຫດເຮືອບິນລຸ້ນ Bombardier CRJ700 ຂອງພີເອສເອ ແອລາຍ (PSA Airlines) ທີ່ໃຫ້ບໍລິການແກ່ສາຍການບິນ ອາເມຣິກາ ແອລາຍ ໃນຖ້ຽວບິນ 5342 ເຊິ່ງເດີນທາງຈາກເມືອງ ວິຊິຕາ ລັດແຄນຊັດ ກ່ອນຈະເກີດເຫດຕຳກັນກາງອາກາດ ກັບ ເຮລິຄອບເຕີ Sikorsky H-60 ກ່ອນຈະຕົກລົງໄປໃນແມ່ນ້ຳ ໂພໂຕ ເຊິ່ງໄຫຼຜ່ານ ນະຄອນວໍຊິງຕັນດີຊີ.

ຕາມການລາຍງານຫຼ້າສຸດ: ເຈົ້າໜ້າທີ່ກູ້ໄພຄົ້ນພົບສົບຜູ້ເສຍຊີວິດແລ້ວ 18 ຄົນ ໃນຂະນະທີ່ຖ້ຽວບິນດັ່ງກ່າວມີຜູ້ໂດຍສານທັງໝົດ 60 ຄົນ ແລະ ກັບຕັນພ້ອມຜູ້ຊ່ວຍອີກ 4 ຄົນ ສ່ວນ ເຮລິຄອບເຕີ ມີທະຫານທັງໝົດ 3 ຄົນ ລວມທັງໝົດ 67 ຄົນທາງດ້ານເຈົ້າໜ້າທີ່ເລັ່ງລະດົມກຳລັງຄົ້ນຫາ ແລະ ຊ່ວຍເຫຼືອຜູ້ປະສົບເຫດທີ່ເຫຼືອຕໍ່ໄປ.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...