spot_img
Homeຂ່າວພາຍ​ໃນສານສະແດງຄວາມຊົມເຊີຍ

ສານສະແດງຄວາມຊົມເຊີຍ

Published on

ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ໂດນັນ ທຣໍາ ໃນໂອກາດທີ່ໄດ້ຮັບໄຊຊະນະການເລືອກຕັ້ງ ແລະ ສາບານຕົນເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນທີ 47 ຂອງ ສະຫະລັດ ອາເມລິກາ.

ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ ທ່ານໄດ້ຮັບໄຊຊະນະການເລືອກຕັ້ງ ແລະ ສາບານຕົນເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີຄົນທີ 47 ຂອງ ສະຫະລັດ ອາເມລິກາ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ຂອງທ່ານ, ສະຫະລັດ ອາເມລິກາ ຈະສືບຕໍ່ມີການພັດທະນາ ແລະ ວັດທະ ນະຖາວອນ.

ຂ້າພະເຈົ້າ ມີຄວາມຍິນດີ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແລ້ວນັ້ນລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວລາວ ແລະ ສະຫະລັດ ອາເມລິກາ ບົນພື້ນຖານການເປັນຄູ່ຮ່ວມມືແບບກວມ ລວມໃຫ້ນັບມື້ນັບເຂັ້້ມແຂງ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ, ອວຍພອນໃຫ້ປະຊາຊົນ ອາເມລິກາ ເພື່ອນມິດ ສືບຕໍ່ມີຄວາມສົມບູນພູນສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...