spot_img
Homeຂ່າວອຸບັດຕິເຫດປີ 2024 ຢູ່ແຂວງອັດຕະປື ມີຜູ້ເສຍຊີວິດ 37 ຄົນຍ້ອນອຸບັດຕິເຫດຕາມຖະໜົນຫຼວງ

ປີ 2024 ຢູ່ແຂວງອັດຕະປື ມີຜູ້ເສຍຊີວິດ 37 ຄົນຍ້ອນອຸບັດຕິເຫດຕາມຖະໜົນຫຼວງ

Published on

ໃນປີ 2024 ຜ່ານມາ ທົ່ວແຂວງອັດຕະປື ມີອຸບັດຕິເຫດຕາມທ້ອງຖະໜົນຫຼວງເກີດຂຶ້ນທັງໝົດ 378 ລາຍ, ທຽບໃສ່ປີ 2023 ເພີ່ມຂຶ້ນ 18 ລາຍ, ຈຸດທີ່ມັກເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນເສັ້ນທາງ 4 ແຍກ 3 ແຍກ, ຢູ່ເຂດຊຸມຊົນ ທີ່ມີການສັນຈອນແອອັດ ແລະ ບ່ອນທາງໂຄ້ງ, ຈາກການເກີດອຸບັດຕິເຫດດັ່ງກ່າວ ມີພາຫະນະເປ້ເພ 610 ຄັນ, ເພເລັກນ້ອຍ 377 ຄັນ, ເພສົມຄວນ 221 ຄັນ, ໃຊ້ການບໍ່ໄດ້ 12 ຄັນ, ມີຄົນໄດ້ຮັບບາດເຈັບທັງໝົດ 614 ຄົນ, ບາດເຈັບເລັກນ້ອຍ 340 ຄົນ, ບາດເຈັບສົມຄວນ 208 ຄົນ, ບາດເຈັບສາຫັດ 29 ຄົນ ແລະ ເສຍຊີວິດ 37 ຄົນ, ຍິງ 5 ຄົນ, ຜູ້ເສຍຊີວິດທຽບໃສ່ປີ 2023 ເພີ່ມຂື້ນ 14 ຄົນ, ລວມມູນຄ່າເສຍຫາຍຍ້ອນການເກີດອຸບປະຕິເຫດທັງໝົດ 4 ຕື້ 155 ລ້ານກວ່າກີບ.

ທ່ານ ຮ້ອຍເອກ ເມືອງໄຊ ໝື່ນຫຼວງ ຮອງກອງສືບສວນ-ສອບສວນ ຄະດີອຸບັດຕິເຫດ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ ອັດຕະປື ໄດ້ໃຫ້ສໍາພາດໃນວັນທີ 7 ມັງກອນ 2025 ນີ້ວ່າ: ປີ 2024 ຜ່ານມາ ໄດ້ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ເຮັດໜ້າທີ່ລົງເຄື່ອນໄຫວຕາມເສັ້ນທາງທາງຫຼວງ ໃນຂອບເຂດເທດສະບານແຂວງ ແລະ ບັນດາ 5 ຕົວເມືອງຂອງແຂວງ, ລວມທັງຕາມຈຸດ 4 ແຍກໄຟແດງ, ຕາມສຳນັກງານອົງການຕ່າງໆ ແລະ ບັນດາໝວດໂຮງຮຽນ ເພື່ອໃຫ້ພໍ່ແມ່ປະຊາຊົນ ຕະຫຼອດຮອດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ພາຍໃນແຂວງ ກໍ່ຄືຜູ້ທີ່ໃຊ້ລົດ-ໃຊ້ຖະໜົນທົ່ວໄປ ໄດ້ຮັບຮູ້ກົດລະບຽບການສັນຈອນ.

ພ້ອມຍັງຮຽກຮ້ອງໃຫ້ປະຊາຊົນແຂວງອັດຕະປື ກໍ່ຄືຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ ຕາມສາຍທາງ ໃຫ້ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ຫ້າມຂັບຂີ່ລົດໃຊ້ຄວາມໄວເກີນກຳນົດ, ເວລາຂັບຂີລົດຈັກໃຫ້ໃສ່ໝວກກັນກະທົບທີ່ໄດ້ມາດຕະຖານ, ດື່ມສິ່ງມຶນເມົາແລ້ວຫ້າມຂັບຂີ່, ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຂັບຂີ່ ເພື່ອໃຫ້ມີຄວາມຮັບປະກັນ ແລະ ປອດໄພ ຫຼຸດຜ່ອນ ແລະ ຫຼີກລ່ຽງການເກີດອຸບັດຕິເຫດທຸກກໍລະນີ.

ແຫຼ່ງຂາວ: LNR

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...