spot_img
Homeຂ່າວຕ່າງປະເທດສະຫຼຸບເຫດການ ເຮືອບິນສາຍການບິນ ເຈຈູແອ ເກີດອຸບັດຕິເຫດຂະນະລົງຈອດ

ສະຫຼຸບເຫດການ ເຮືອບິນສາຍການບິນ ເຈຈູແອ ເກີດອຸບັດຕິເຫດຂະນະລົງຈອດ

Published on

ຄັ້ງທີ 2 ໃນເດືອນທັນວາ! ເຮືອບິນສາຍການບິນເຈຈູ ເກີດອຸບັດຕິເຫດຂະນະລົງຈອດທີ່ສະໜາມບິນນາໆຊາດມູອັນ ເຮັດໃຫ້ມີຜູ້ເສຍຊີວິດ ເຊິ່ງເຫດການກ່ອນໜ້າໄດ້ເກີດອຸບັດຕິເຫດເຮືອບິນຕົກໃນຄາຊັກສະຖານ ໃນວັນທີ 25 ທັນວາ 2024.

ອີງຕາມສຳນັກຂ່າວ Yonhab ລາຍງານໃນວັນທີ 29 ທັນວາ 2024 ໄດ້ສະຫຼຸບເຫດການເຮືອບິນໂດຍສານຂອງສາຍການບິນ ເຈຈູ jeju Air ເຊິ່ງມີຜູ້ໂດຍສານ ແລະ ພະນັກງານສາຍການບິນລວມ 181 ຄົນ ໄດ້ເກີດປະສົບອຸບັດຕິເຫດຂະນະລົງຈອດທີ່ສະໜາມບິນນາໆຊາດມູອັນ ໃນແຂວງຊໍລາໃຕ້ ເກົາຫຼີໃຕ້ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 179 ຄົນ ແລະ ມີຜູ້ລອດຊີວິດພຽງ 2 ຄົນ.

ເຮືອບິນລຳດັ່ງກ່າວໄດ້ເດີນທາງອອກຈາກກຸງເທບເວລາ 01:30 ໂມງ ແລະ ມີກຳນົດລົງຈອດທີ່ມູອັນໃນເວລາ 08:30 ໂມງ ແຕ່ເກີດອຸບັດຕິເຫດໃນຂະນະລົງຈອດໃນເວລາ 9:00 ໂມງ ໂດຍບໍ່ມີລະບົບລະບົບລໍ້ຮອງຮັບ.

ຈາກລາຍງານລະບຸວ່າ: ເຮືອບິນໄດ້ຕຳເຂົ້າກັບກຳແພງສີມັງກ່ອນເກີດການລະເບີດ ເຈົ້າໜ້າທີ່ດັບເພິງລະບຸວ່າ: ຜູ້ໂດຍສານຈຳນວນຫຼາຍຖືກແຮງລະເບີດຟົ້ງອອກຈາກເຮືອບິນເຮັດໃຫ້ໂອກາດເສຍຊີວິດມີສູງ.

ສ່ວນສາເຫດເບື້ອງຕົ້ນຄາດວ່າເກີດຈາກລະບົບລໍ້ຂັດຂ້ອງຂະນະລົງຈອດ ເຊິ່ງເກີດຈາກການຕຳກັບຝູງນົກ ແຕ່ການສອບສວນເພື່ອຫາສາເຫດທີ່ແທ້ຈິງຍັງຄົງດຳເນີນຕໍ່ໄປ ທັງນີ້ອຸບັດຕິຫເດດັ່ງກ່າວຖືເປັນອຸບັດຕິເຫດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດການບິນເກົາຫຼີໃຕ້ ນັບຕັ້ງແຕ່ເຫດການເຮືອບິນຕົກທີ່ກວມ ໃນປີ 1997.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...