Homeຂ່າວກິລາງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

Published on

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ເລີ່ມແຕ່ວັນທີ 13-22 ທັນວາ 2024. ຂະນະທີ່ ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ແມ່ນແຂວງເຊກອງ ຮັບກຽດເປັນເຈົ້າພາບ ໃນປີ 2027.

ພິທີປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄດ້ມີຂຶ້ນໃນຕອນແລງວັນທີ 22 ທັນວາ 2024 ທີ່ສະໜາມກິລາໃໝ່ຂອງແຂວງສາລະວັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ທັງເປັນປະທານຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາການນໍາຈາກສູນກາງ ແລະ ທ້ອງຖິ່ນ, ຄະນະນັກກິລາ ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ໄດ້ກ່າວສະຫຼຸບລາຍງານຜົນສໍາເລັດຂອງ ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໃຫ້ຮູ້ວ່າ: ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ນີ້ ໄດ້ດຳເນີນການແຂ່ງຂັນກິລາ 12 ປະເພດ ຕິດພັນກັບນະໂຍບາຍການພັດທະນາຊັບພະຍາກອນມະນຸດຮອບດ້ານ ເປັນຕົ້ນແມ່ນການສົ່ງເສີມໃຫ້ນັກຮຽນໄດ້ຮັບການພັດທະນາທາງດ້ານຮ່າງກາຍ ແລະ ປັນຍາ ຕາມ 5 ຫຼັກມູນຂອງການສຶກສາ. ພ້ອມນີ້ກໍເປັນການບົ່ມສອນສ້າງໃຫ້ນັກກິລາ ທີ່ຢູ່ໃນໄວກຸ່ມເຍົາວະຊົນ, ຊາວໜຸ່ມ ໄດ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາມັກຄີມິດຕະພາບ ແລະ ແລກປ່ຽນປະສົບການດ້ານກິລາ ຊຶ່ງຈະເປັນເງື່ອນໄຂສົ່ງເສີມໃຫ້ເຂົາເຈົ້າສາມາດເກັບກຳເອົາບົດຮຽນ ປະສົບການ ທີ່ໄດ້ຮັບໃນຄັ້ງນີ້ ໄປພັດທະນາສົ່ງເສີມຕົນເອງໃຫ້ສູງຂຶ້ນ.

ພາຍຫຼັງການກ່າວປິດງານ, ກໍໄດ້ມີພິທີເຊີນທຸງຊາດ ແລະ ທຸງກິລາ ລົງຈາກຍອດເສົາ ພ້ອມດຽວກັນມອດໄຟອ່າງທວນໄຟຄ່ອຍໆມອດລົງ ແລະ ໄດ້ມີການມອບ-ຮັບທຸງກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ໃຫ້ແຂວງເຊກອງ ເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ໂດຍ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ມອບໃຫ້ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່ອນມອບຕໍ່ໃຫ້ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ຊຶ່ງຖືເປັນຄັ້ງທີ 2 ໃນປະຫວັດສາດຂອງແຂວງເຊກອງ ໃນການເປັນເຈົ້າພາບຈັດງານແຂ່ງຂັນກິລາລະດັບຊາດ ຕໍ່ຈາກປີ 2011 ທີ່ໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນກິລາພື້ນເມືອງທົ່ວປະເທດ.

ສຳລັບງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ສາມາດສະຫຼຸບສັງລວມ ອັນດັບທີ 1-3 ດັ່ງນີ້: ອັນດັບທີ 1 ທັບນັກກິລານະຄອນຫຼວງວຽງຈັນ ຄວ້າມາໄດ້ເຖິງ 26 ຫຼຽນຄຳ, 21 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 76 ຫຼຽນ ເປັນອັນດັບ 1 ຂອງທົ່ວປະເທດ ແລະ ເປັນສະໄໝທີ 6; ອັນດັບທີ 2 ຕົກເປັນຂອງແຂວງຈຳປາສັກ ຍາດມາໄດ້ 20 ຫຼຽນຄຳ, 20 ຫຼຽນເງິນ ແລະ 20 ຫຼຽນທອງ ລວມ 60 ຫຼຽນ; ອັນດັບທີ 3 ແຂວງສາລະວັນ ເຈົ້າພາບ ຍາດໄດ້ 12 ຫຼຽນຄຳ, 20 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 48 ຫຼຽນ.

ແຫຼ່ງຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...