spot_img
Homeນານາສາລະຮູ້ຈັກ ''ການອັກເສບຕ່ອມອາມິດານ'' ສົ່ງຜົນກະທົບຫຼາຍຢ່າງຕໍ່ຮ່າງກາຍ

ຮູ້ຈັກ ”ການອັກເສບຕ່ອມອາມິດານ” ສົ່ງຜົນກະທົບຫຼາຍຢ່າງຕໍ່ຮ່າງກາຍ

Published on

ຊ່ວງນີ້ເຂົ້າສູ່ຍາມໜາວແລ້ວ, ຫຼາຍຄົນຄົງຄົງຈະມີອາການເປັນຫວັດ, ເປັນໄອ ລວມໄປເຖິງການອັກເສບຕ່ອມອາມິດານ ຫຼື ຄໍແດງ. ເຊິ່ງທຸກຄົນຈະຮູ້ຫຼືບໍ່ວ່າ: ານອັກເສບຕ່ອມອາມິດານ ຫຼື ຄໍແດງ ຈະສົ່ງຜົນກະທົບສ່ຽງເກີດເປັນພະຍາດຫຼາຍຢ່າງໃນຮ່າງກາຍ, ມື້ນີ້ແອັດໄດ້ນຳຂໍ້ມູນມາຝາກໄປອ່ານນຳກັນເລີຍ.

ต่อมทอนซิลอักเสบ คืออะไร? ข้อมูลโรค อาการ รักษา | HD สุขภาพดี เริ่มต้นที่นี่

” ຮູ້ຈັກກັບຕ່ອມອາມິດານ ຫຼື ຕ່ອມທອນຊິລແມ່ນຕ່ອມຫຍັງ?

ຕ່ອມອາມິດານ ຫຼື ຕ່ອມທອນຊິລ ເປັນຕ່ອມນໍ້າເຫຼືອງສອງຕ່ອມ ຂ້າງຊ້າຍ ແລະ ຂວາໃນລໍາຄໍ, ຢູ່ຕິດກັບກົກລິ້ນ, ມີໜ້າທີ່ໃນການຈັບ ແລະ ທຳລາຍເຊື້ອພະຍາດ ທີ່ເຂົ້າສູ່ຮ່າງກາຍຜ່ານທາງເດີນຫາຍໃຈ, ແຕ່ໃນຂະນະດຽວກັນກໍກາຍເປັນບ່ອນກັກເກັບເຊື້ອພະຍາດ ພາໃຫ້ມີອາການເຈັບຄໍ ຫຼື ເອີ້ນວ່າ ອັກເສບອາມິດານ ຫຼື ຕ່ອມທອນຊິລ.

ทำอย่างไรเมื่อ “ทอมซิลอักเสบ” มาทักทายให้ร่างกายคุณเจ็บป่วย

“ລັກສະນະອາການເຈັບ:
-ມີອາການເຈັບຄໍ ເວລາກືນນໍ້າລາຍ
-ມີໜອງຢູ່ຕ່ອມອາມິດານ ຫຼື ຕ່ອມທອນຊິລ
– ກືນອາຫານລຳບາກ, ປວດໄປຮອດຫູ
-ມີກິ່ນປາກ.

“ມີຄວາມສ່ຽງໃນການເປັນພະຍາດຫຍັງແນ່?
– ການອັກເສບຫູຊັ້ນກາງ
– ໝາກໄຂ່ຫຼັງອັກເສບ
– ລິ້ນຫົວໃຈຮົ່ວ ແລະ ພະຍາດອື່ນໆທີ່ເປັນອັນຕະລາຍຕໍ່ຮ່າງກາຍ.

ต่อมทอนซิลโต เป็นเพราะอะไร? มีสาเหตุมาจากอะไร? รักษาได้ไหม

“ວິທີປິ່ນປົວ
1. ປິ່ນປົວຕາມອາການເຊັ່ນ: ກິນຢາແກ້ໄຂ, ຢາພົ່ນ ຫຼື ຢາອົມແກ້ອາການເຈັບຄໍ.
2. ປົກກະຕິແລ້ວອາການຈະຄ່ອຍໆດີຂຶ້ນໃນ 7-10 ມື້.

2. ປິ່ນປົວດ້ວຍການຜ່າຕັດ
– ຖ້າມີການອັກເສບອາມິດານຊໍາເຮື້ອ ຈະຕ້ອງໄດ້ມີການຜ່າຕັດ, ໃນການຜ່າຕັດ ແພດຈະທຳການໃສ່ອຸປະກອນເຂົ້າໄປໃນປາກ ບໍລິເວນຕ່ອມດັ່ງກ່າວ ແລ້ວທຳການຜ່າຕັດ, ການຜ່າຕັດລັກສະນີ້ຈະບໍ່ມີບາດແຜໃດທີ່ສາມາດເຫັນໄດ້ຈາກພາຍນອກ.

ຂໍ້ມູນ: bpk9internationalhospital, vibhavadhospital

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...