spot_img
Homeຂ່າວພາຍ​ໃນລັດຖະບານ ແລະ ເຈົ້າໜ້າທີ່ທຸກພາກສ່ວນ ເລັ່ງຫາສາເຫດ ຕໍ່ການເສຍຊີວິດຂອງນັກທ່ອງທ່ຽວ ຢູ່ເມືອງວັງວຽງ

ລັດຖະບານ ແລະ ເຈົ້າໜ້າທີ່ທຸກພາກສ່ວນ ເລັ່ງຫາສາເຫດ ຕໍ່ການເສຍຊີວິດຂອງນັກທ່ອງທ່ຽວ ຢູ່ເມືອງວັງວຽງ

Published on

ຕໍ່ກັບເຫດການທີ່ນັກທ່ອງທ່ຽວຕ່າງປະເທດເສຍຊີວິດ 4 ຄົນ ຢູ່ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 13 ພະຈິກ 2024 ທີ່ຜ່ານມາ, ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກສູ່ສັງຄົມອອນລາຍ ແລະ ໄດ້ມີຫຼາຍຄົນໄດ້ສະແດງຄວາມຄິດເຫັນໄປຕ່າງໆນານາ ວ່າ ພັກ-ລັດ ແລະ ເຈົ້າໜ້າທີ່ ນິ່ງນອນໃຈ ແມ່ນບໍ່ມີມູນຄວາມຈິງ; ຕໍ່ກັບເຫດການທີ່ເກີດຂຶ້ນ, ເຈົ້າໜ້າທີ່ ປກສ ເມືອງວັງວຽງ ໄດ້ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ເກີດເຫດ ພ້ອມທັງລາຍງານຕໍ່ຂັ້ນເທິງຮັບຊາບ.

May be an image of 2 people, child, chess and text

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 25 ພະຈິກ 2024 ນີ້ວ່າ: ຕໍ່ກັບເຫດການນັກທ່ອງທ່ຽວເສຍຊີວິດໃນເຮືອນພັກຢູ່ເມືອງວັງວຽງນັ້ນ, ການນຳຂັ້ນເມືອງກໍຄື ພະແນກການທີ່ກ່ຽວຂ້ອງໄດ້ຮີບຮ້ອນລົງຕິດຕາມ, ກວດກາ, ຊຸກຍູ້ ໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບການ ເພື່ອຈັດຕັ້ງປະຕິບັດຕາມມາດຕະການຕ່າງໆ ຕາມລະບຽບຫຼັກການຢ່າງເຊັ້ມງວດ, ເຊິ່ງໃນເບື້ອງຕົ້ນໄດ້ແນະນຳໃຫ້ຫ້ອງການທີ່ກ່ຽວຂ້ອງປະສານສົມທົບກັນ ແຈ້ງປິດກິດຈະການ ການບໍລິການຢູ່ເຮືອນພັກດັ່ງກ່າວ; ພ້ອມກັນນັ້ນ, ໄດ້ໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເກັບກຳຂໍ້ມູນ ແລະ ບັນຫາຕ່າງໆທີ່ພົວພັນເຖິງການເຈັບປ່ວຍກໍຄື ການເສຍຊີວິດຂອງນັກທ່ອງທ່ຽວ ເພື່ອຊອກຫາສາເຫດທີ່ຊັດເຈນ.

May be an image of text

ໃນໄລຍະຜ່ານມາ, ອົງການປົກຄອງເມືອງ ໄດ້ໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ, ກວດກາ, ຊຸກຍູ້ຫົວໜ່ວຍທຸລະກິດ, ຜູ້ປະກອບການຮ້ານບັນເທີງ, ຮ້ານອາຫານ ແລະ ອື່ນໆ ໃຫ້ມີຄວາມເອົາໃຈໃສ່ໃນການຄຸ້ມຄອງ, ການບໍລິການຕ່າງໆ ໃຫ້ມີຄວາມເໝາະສົມ, ບົນພື້ນຖານຂອງລະບຽບຫຼັກການ, ຕໍ່ກັບເຫດການທີ່ເກີດຂຶ້ນແມ່ນມີຜົນກະທົບ ແລະ ສ້າງພາບພົດທີ່ບໍ່ດີຕໍ່ການຄຸ້ມຄອງກໍຄື ການທ່ອງທ່ຽວຂອງ ສປປ ລາວ ໂດຍສະເພາະແມ່ນການທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງມີຫຼາຍປັດໄຈ ແລະ ສາເຫດ ທີ່ຍັງຕ້ອງໄດ້ລໍຖ້າຜົນການພິສູດ, ວິໄຈ ທາງດ້ານວິທະຍາສາດ ແລະ ມີຄວາມຖືກຕ້ອງຊັດເຈນ.

May be an image of 6 people and text

ທ່ານ ເຈົ້າເມືອງວັງວຽງ ຍັງໄດ້ຢັ້ງຢືນວ່າ: ປັດຈຸບັນ, ເມືອງວັງວຽງຍັງໄດ້ຮັບຄວາມເຊື່ອໝັ້ນຈາກນັກທ່ອງທ່ຽວ ແລະ ການທ່ອງທ່ຽວຢູ່ເມືອງວັງວຽງ ຍັງສືບຕໍ່ຄຶກຄື້ນ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ເຂົ້າມາທ່ອງທ່ຽວຢູ່ເມືອງວັງວຽງ ຢ່າງຕໍ່ເນື່ອງ; ພ້ອມກັນນັ້ນ, ທາງອຳນການປົກຄອງເມືອງວັງວຽງ ໄດ້ສົບທົບແໜ້ນກັບທຸກພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ເພີ່ມມາດຕະການຢ່າງເຂັ້ມງວດທາງດ້ານລະບຽບຫຼັກການຄຸ້ມຄອງ ແລະ ການໃຫ້ບໍລິການ ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທີ່ເດີນທາງມາທ່ອງທ່ຽວເມືອງວັງວຽງ ໄດ້ຮັບຄວາມເຊື່ອໝັ້ນທາງຄວາມປອດໄພຮອບດ້ານ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...