spot_img
Homeຂ່າວພາຍ​ໃນສສຊ ຫຼວງນໍ້າທາ ຂຶ້ນສະເໜີ ຮີບຮ້ອນດັດແກ້ງົບປະມານໂຄງການເສັ້ນທາງປູຢາງ 2 ຊັ້ນ ຈາກເທດສະບານແຂວງ-ເມືອງນາແລ

ສສຊ ຫຼວງນໍ້າທາ ຂຶ້ນສະເໜີ ຮີບຮ້ອນດັດແກ້ງົບປະມານໂຄງການເສັ້ນທາງປູຢາງ 2 ຊັ້ນ ຈາກເທດສະບານແຂວງ-ເມືອງນາແລ

Published on

ທ່ານ ຄຳຟອງ ອິນມານີ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໄດ້ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດຊຸດທີ IX ເມື່ອວັນທີ 18 ພະຈິກ 2024 ວ່າ: ແຂວງຫຼວງນ້ຳທາ ມີໂຄງການເປົ້າໝາຍສະເພາະຂອງລັດຖະບານ ຄືເສັ້ນທາງປູຢາງ 2 ຊັ້ນ ຈາກເທດສະບານແຂວງໄປຮອດເມືອງວິລະຊົນ ກໍຄືເມືອງນາແລ, ຜ່ານການຈັດຕັ້ງປະຕິບັດ ແຂວງໄດ້ສະເໜີດັດແກ້ຫົວໜ່ວຍລາຄາໃຊ້ເວລາດົນພໍສົມຄວນ ມາຮອດປັດຈຸບັນກໍບໍ່ທັນໄດ້ດັດແກ້ເທື່ອ, ມູນຄ່າໂຄງການທີ່ສະເໜີດັດແກ້ໄລຍະນັ້ນ ມາຮອດປັດຈຸບັນ ບາງເທື່ອອາດຈະເປັນໄປບໍ່ໄດ້ອີກແລ້ວ.

อาจเป็นรูปภาพของ 3 คน และ ข้อความ
ສະນັ້ນ, ຂໍສະເໜີໃຫ້ລັດຖະບານຮີບຮ້ອນດັດແກ້ງົບປະມານໂຄງການດັ່ງກ່າວຄືນ ເພື່ອສາມາດຈັດຕັ້ງປະຕິບັດໃຫ້ສຳເລັດໂດຍໄວ; ນອກຈາກຈະດັດແກ້ແລ້ວ, ກໍຂໍໃຫ້ສືບຕໍ່ຈັດສັນງົບປະ ມານໃຊ້ວຽກທີ່ຈັດຕັ້ງປະຕິບັດສຳເລັດຕາມຕົວຈິງທີ່ພວກເຮົາໄດ້ເຮັດກ່ອນ, ຜ່ານມາຈັດສັນຂອນຂ້າງໜ້ອຍ.ພ້ອມນີ້, ສະເໜີລັດຖະບານຮີບຮ້ອນກວດກາ ແລະ ລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະແມ່ນເຂດເຊື່ອມຕໍ່ເຊື່ອມຈອດລະຫວ່າງແຂວງຫຼວງນ້ຳທາຫາຊາຍແດນບໍ່ເຕັນ, ຈາກບໍ່ເຕັນໄປຮອດນາເຕີຍຫາເສັ້ນທາງລົດໄຟ ເຊິ່ງຈຸດດັ່ງກ່າວເສັ້ນ ທາງເປ່ເພຫຼາຍທີ່ສຸດ; ດ່ານບໍ່ເຕັນ ເປັນດ່ານພາສີໜຶ່ງທີ່ເກັບ ລາຍງານເຂົ້າງົບປະມານຫຼາຍພໍສົມຄວນ ມາຮອດເດືອນ 10 ປີນີ້ ເກີນ 656 ກວ່າຕື້ກີບແລ້ວ, ສະນັ້ນ ຖ້າເຮົາສຸມໃສ່ແກ້ໄຂພື້ນຖານໂຄງລ່າງ ເຊື່ອວ່າການຈັດເກັບລາຍຮັບງົບປະມານຈະໄດ້ຫຼາຍກວ່າ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...