spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ເປັນປະທານ ກອງປະຊຸມແອັກແມັກ ຄັ້ງທີ 10

ນາຍົກລັດຖະມົນຕີ ເປັນປະທານ ກອງປະຊຸມແອັກແມັກ ຄັ້ງທີ 10

Published on

ໃນຕອນບ່າຍວັນທີ 7 ພະຈິກ 2024, ທີ່ ນະຄອນຄຸນໝິງ ສປ ຈີນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ(ACMECS) ຄັ້ງທີ 10 ພາຍໃຕ້ຄໍາຂວັນ: “ກ້າວສູ່ການເຊື່ອມ ຈອດທີ່ໂລ່ງລ່ຽນ ເພື່ອການເຊື່ອມໂຍງອະນຸພາກພື້ນແມ່ນໍ້າຂອງ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າ ແລະ ຕີລາຄາຄືນໝາກຜົນ ຂອງການຈັດຕັ້ງປະຕິບັດແຜນແມ່ບົດ ACMECS ໄລຍະ 2019-2023 ແລະ ຮ່ວມກັນປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ແນໃສ່ການສ້າງ ເງື່ອນໄຂເພື່ອການເຊື່ອມຈອດອະນຸພາກພື້ນທີ່ມີປະສິດທິພາບ ກໍຄື ການເຊື່ອມໂຍງດ້ານເສດຖະກິດກັບ ປະເທດສະມາຊິກ ແອັກແມັກ, ພາກພື້ນ ແລະ ສາກົນ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ ນິວຊີແລນ ເຂົ້າເປັນຄູ່ຮ່ວມພັດທະນາ ຂອງ ACMECS ຊຸດທີສອງ ແລະ ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫລງການວຽງຈັນ ຂອງກອງປະຊຸມ ສຸດຍອດ ACMECS ຄັ້ງທີ 10 ແລະ ເອກະສານແນວຄວາມຄິດ ວ່າດ້ວຍການຄຸ້ມຄອງຊັບພະຍາກອນນໍ້າໃນ ອະນຸພາກພື້ນແມ່ນ້ຳຂອງ. ພ້ອມກັນນີ້, ກອງປະຊຸມ ໄດ້ມອບຕໍ່ການເປັນປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ໃຫ້ແກ່ ສສ ມຽນມາ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...