spot_img
Homeຂ່າວທົ່ວໄປລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ ຈໍານວນ 3 ລ້ານຄົນ ໃນ 10 ເດືອນ ປີ 2024

ລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ ຈໍານວນ 3 ລ້ານຄົນ ໃນ 10 ເດືອນ ປີ 2024

Published on

ນັບແຕ່ວັນທີ 1 ມັງກອນ ຫາ 4 ພະຈິກ 2024 ທາງລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ ຈໍານວນ 3.000.000 ເທື່ອຄົນ ທີ່ມາຈາກ 101 ປະເທດທົ່ວໂລກ, ສະເລ່ຍປະມານ 10.000 ຄົນ/ມື້, ເພີ່ມຂຶ້ນ 44.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ ຜູ້ໂດຍສານພາຍໃນ ມີຈຳນວນ 2.893.000 ເທື່ອຄົນ, ລວມທັງຂົນສົ່ງເຈົ້າໜ້າທີ່ພາກລັດ ແລະ ອາສາສະໝັກກູ້ໄພຟຣີ ໃນໄລຍະນ້ຳຖ້ວມ 1136 ເທື່ອຄົນ, ອຳນວຍຄວາມສະດວກໃຫ້ແຂກນັ່ງລົດໄຟຟຣີ ໃນໄລຍະກອງປະຊຸມອາຊຽນ 368 ຄົນ ແລະ ຜູ້ໂດຍສານຂ້າມແດນມີຈໍານວນ 107.000 ເທື່ອຄົນ.

ເພື່ອເປັນການຮັບມື ແລະ ອໍານວຍຄວາມສະດວກໃຫ້ຜູ້ໂດຍສານທີ່ນັບມື້ນັບຫຼາຍຂຶ້ນ, ທີ່ຜ່ານມາ ທາງລົດໄຟລາວຈີນ ໄດ້ມີມາດຕະການຫຼາຍຢ່າງ ບໍ່ວ່າຈະເປັນການເພີ່ມຖ້ຽວລົດ, ຕໍ່ຂະບວນລົດ ແລະ ອື່ນໆ, ທັງໝົດເຫຼົ່ານີ້ ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກສະບາຍຂຶ້ນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນ ຂອງ ສປປ ລາວ ພ້ອມທັງ ເປັນການສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ 2024 ນີ້.

ໃນອະນາຄົດ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ວາງແຜນນໍາເຂົ້າລົດໄຟ EMU ຂະບວນທີ 5 ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຊຸກຍູ້ການທ່ອງທ່ຽວລາວ ໃຫ້ກ້າວຂຶ້ນສູ່ອີກລະດັບໜຶ່ງ ໃນປີ 2025 ທີ່ໃກ້ຈະມາເຖິງນີ້.

ຂ່າວ: CRI

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...