spot_img
Homeຂ່າວຕ່າງປະເທດສະຫຼົດ! ຍູທູບເບີຊື່ດັງ-ຊ່ຽວຊານດ້ານງູ ຖືກງູກັດເສຍຊີວິດ

ສະຫຼົດ! ຍູທູບເບີຊື່ດັງ-ຊ່ຽວຊານດ້ານງູ ຖືກງູກັດເສຍຊີວິດ

Published on

ອີງຕາມການລາຍງານເວັບໄຊຕ່າງປະເທດ ໃນວັນທີ 31 ຕຸລາ 2024 ນີ້ກ່ຽວກັບເຫດການສຸດເສົ້າ ເມື່ອ ເກຣແຮມ ດິງໂກ ດິງເຄລແມນ (Graham Dingo Dinkelman) ອາຍຸ 44 ປີ ຍູທູບເບີຊື່ດັງ-ນັກອານຸລັກສັດປ່າ ແລະ ເປັນຜູ້ຊ່ຽວຊານດ້ານງູ ໄດ້ເສຍຊີວິດເມື່ອວັນທີ 28 ຕຸລາ 2024 ຜ່ານມາ ເນື່ອງຈາກຖືກງູກີນແມມບາກັດ.

ເຫດການດັ່ງກ່າວເກີດຂຶ້ນເມື່ອປະມານໜຶ່ງເດືອນກ່ອນໜ້ານີ້ ເຊິ່ງ ດິງໂກ ໄດ້ຖືກງູກີນແມມບາ ໜຶ່ງໃນງູຜິດທີ່ຮ້າຍແຮງທີ່ສຸດໃນອາຟຣິກາ ກັດຕົນໃນຂະນະເຮັດວຽກ ດ້ວຍອາການທີ່ແພ້ຜິດຂັ້ນຮຸນແຮງ ເຮັດໃຫ້ລາວຊ໋ອກ ແລະ ໝົດສະຕິທັນທີ.

ດິງໂກຖືກນຳຕົວສົ່ງໂຮງໝໍຢ່າງໄວວາ ທາງດ້ານທີມແພດໃຊ້ເຄື່ອງຊາວຍຫາຍໃຈ ແລະ ເຮັດໃຫ້ລາວຢູ່ໃນອາການໂຄມາເພື່ອຮັກສາຊີວິດ ເຊິ່ງລາວສາມາດຕໍ່ສູ້ກັບຜິດດົນນານເກືອບເດືອນ ແຕ່ສຸດທ້ານກໍບໍ່ສາມາດທົນຜິດໄດ້.

ທັງນີ້ງູກີນແມມບາ ເປັນງູທີ່ມີລັກສະນະສີຂຽວພຶ້ນທ້ອງສີຂາວ ຫຼື ສີເຫຼືອງ ມີເກັດໃຫຍ່ ມີຮູບຮ່າງຍາວສະເລ່ຍ 2 ແມັດ ມີຜິດຮ້າຍແຮງ ທີ່ສາມາດຂ້າ ຫຼື ເຮັດໃຫ້ເຫຍື່ອອຳມະພາດໄດ້.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...